“ຮູ້ສຶກເສຍດາຍທີສຸດ” ຕໍ່ເຫດບຸກໂຈມຕີທາງອາກາດ ໂດຍກຳລັງປ້ອງກັນຕົວ Israel (IDF) ປະຕິບັດ ທີ່ເລັ່ງໃສໂຮງໝໍ Nasser ຢູ່ນະຄອນ Khan Younis ທາງທິດໃຕ້ເຂດ ກາຊາ ຊື່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 20 ຄົນ, ໃນນັ້ນ ມີນັກຂ່າວ 5 ຄົນ ແລະ ນັກກູ້ໄພກູ້ຊີບຫຼາຍຄົນ."
ປະຊາຊົນ ແລະ ກຳລັງກູ້ໄພກູ້ຊີບພວມພະຍາຍາມຊອກຫາຊາກສົບຜູ້ເສຍຊີວິດໃນບັ້ນບຸກໂຕມຕີ ໂຮງໝໍ Nasser ເມື່ອວັນທີ 25 ສິງຫາ 2025 (ພາບ: REUTERS/Hatem Khaled)
ວັນທີ 25 ສິງຫາ, ທ່ານ Benjamin Netanyahu ນາຍົກລັດຖະມົນຕີ Israel ປະກາດວ່າ “ຮູ້ສຶກເສຍດາຍທີສຸດ” ຕໍ່ເຫດບຸກໂຈມຕີທາງອາກາດ ໂດຍກຳລັງປ້ອງກັນຕົວ Israel (IDF) ປະຕິບັດ ທີ່ເລັ່ງໃສໂຮງໝໍ Nasser ຢູ່ນະຄອນ Khan Younis ທາງທິດໃຕ້ເຂດ ກາຊາ ຊື່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 20 ຄົນ, ໃນນັ້ນ ມີນັກຂ່າວ 5 ຄົນ ແລະ ນັກກູ້ໄພກູ້ຊີບຫຼາຍຄົນ. ຫ້ອງວ່າການນາຍົກລັດຖະມົນຕີໃຫ້ຮູ້ວ່າ: ບັນດາອົງການທະຫານພວມດຳເນີນການສືບສວນຢ່າງລະອຽດ ກ່ຽວກັບວິນາດຕະກຳດັ່ງກ່າວ.
ທ່ານ António Guterres ເລຂາທິການໃຫ່ຍ ສປຊ ໄດ້ກ່າວປະນາມເຫດບຸກໂຈມຕີທາງອາກາດຄັ້ງນີ້ຢ່າງແຮງ ແລະ ຮຽກຮ້ອງໃຫ້ມີການສືບສວນຢ່າງພາວະວິໄສ ແລະ ທັນການ. ທ່ານ Donald Trump ປະທານາທິບໍດີ ອາເມລິກາ ເວົ້າວ່າ “ທ່ານບໍ່ພໍໃຈ” ແລະ “ບໍ່ຢາກເຫັນສິ່ງນີ້ເກີດຂຶ້ນ” ແລະ ເນັ້ນໜັກວ່າ “ພວກເຮົາຕ້ອງຢຸດຝັນທີ່ໂຫດຮ້າຍນີ້”. ສ່ວນທ່ານ Emmanuel Macron ປະທານາທິບໍດີ ຝະລັ່ງ ໄດ້ເອີ້ນເຫດບຸກໂຈມຈີທາງອາກາດຂອງ Israel ທີ່ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 20 ຄົນນີ້ ແມ່ນ “ບໍ່ອາດອະໄພໄດ້”. ໃນຂະນະນັ້ນ, ທ່ານ David Lammy ລັດຖະມົນຕີການຕ່າງປະເທດ ອັງກິດ ກໍ່ຮຽກຮ້ອງໃຫ້ມີຄຳສັ່ງຢຸດຍິງໃນທັນທີ.
(ແຫຼ່ງຄັດຈາກ VOV)