• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຕິບັດສຳເລັດການລົບລ້າງເຊືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ - ຂີດໝາຍນະໂຍບາຍສັງຄົມທີ່ດີເລີດ

ທົ່ວປະເທດໄດ້ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໄດ້ 334.234 ຫຼັງ; ເງິນເກືອບ 50.000 ຕື້ດົ່ງໄດ້ຮັບການຜັນຂະຫຍານໃນໂຄງການ.
ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ພິທີປຸກລະດົມ (ພາບ: VGP)

ຫວຽດນາມ ໄດ້ປະຕິບັດສຳເລັດເປົ້າໝາຍລົບລ້າງເຮືອນຢູ່ຊົ່ວຄາເຮືອຮົ່ວເພໃນຂອບເຂດທົ່ວປະເທດໂດຍພື້ນຖານ ໃນເວລາກວ່າ 10 ເດືອນ ນັບແຕ່ເມື່ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ປຸກລະດົມຂະບວນການແຂ່ງຂັນຈຸດສຸມ 450 ວັນ ແລະ ຄືນ ດ້ວຫົວຂໍ້ “ເຮືອນແຫ່ງຄວາມອົບອຸ່ນໃຫ້ແກ່ພໍ່ແມ່ປະຊາຊົນເຮົາ” (05 ຕຸລາ 2024). ນີ້ແມ່ນໝາກຜົນຂອງການເຂົ້າຮ່ວມຢ່າງແຮງຂອງທັງລະບົບການເມືອງ ແລະ ປະຊາຊົນໃນທົ່ປະເທດ ທີ່ຮ່ວມແຮງຮ່ວມໃຈຜັນຂະຫຍາຍ ໂຄງການລົບລ້າງເຮືອນຢູ່ຊົ່ວຄາເຮືອຮົ່ວເພ ດ້ວຍຈິດໃຈຄວາມຮັບຜິດຊອບ ແລະ ວັດທະນະທຳມະນຸດຢ່າເລິກເຊິ່ງ.

ໂຄງການ ແລະ ຂະບວນການແຂ່ງຂັນລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພແມ່ນກິດຈະກຳແຫ່ງ “ແນວຄິດຂອງພັກ, ຈິດໃຈຂອງປະຊາຊົນ”, ແມ່ນຫຼັກຖານທີ່ທີເດັ່ນຂອງການເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດໃນໄລຍະໃໝ່.

ເຮືອນແຫ່ງຄວາມອົບອຸ່ນໃຫ້ແກ່ພໍ່ແມ່ປະຊົນເຮົາ

  ທ່ານພົນໂທ ຟ້າມເທຕຸ່ງ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ (ພາບ: VGP)  

ວັນທີ 13 ເມສາ 2024, ເມື່ອປຸກລະດົມຂະບວນການແຂ່ງຂັນ “ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ” ໃນຂອບເຂດທົ່ວປະເທດຮອດປີ 2025, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ວາງເປົ້າໝາຍສູ້ຊົນປະຕິບັດສຳເລັດໜ້າທີ່ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃນຂອບເຂດທົ່ວປະເທດ ໃນປີ 2025. ນັບແຕ່ນັ້ນມາຮອດປະຈຸບັນ, ຄຳຮຽກຮ້ອງຂອງຫົວໜ້າລັດຖະບານໄດ້ຮັບການສະໜັບສະໜູນຈາກປະຊາຊົນ, ວິສາຫະກິດ, ສ້າງເປັນຂະບວນການທຸກຄົນມຸ່ງໄປເຖິງເປົ້າໝາຍອັນສູງສົ່ງ ແລະ ສັກກະລະບູຊາ: ເພື່ອເຮືອນແຫ່ງຄວາມອົບອຸ່ນໃຫ້ແກ່ພໍ່ແມ່ປະຊາຊົນເຮົາ. ໃນນັ້ນ, ກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ, ແນວໂຮມປະເທດຊາດ ຫວຽດນາມ, ຂະແໜງການທະນາຄານ… ແມ່ນບັນດາຫົວໜ່ວຍນຳໜ້າໃນການເຂົ້າຮ່ວມໜູນຊ່ວຍບັນດາທ້ອງຖິ່ນລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ. ທ່ານພົນໂທ ຟ້າມເທຕຸ່ງ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ໃຫ້ຮູ້ວ່າ:

“ກຳລັງຕຳຫຼວດປະຊາຊົນໄດ້ເຂົ້າຮ່ວມພ້ອມກັນຜັນຂະຫຍາຍຢ່າງຮີບເຮັ່ງປະຕິບັດສຳເລັດລື່ນກາຍແຜນການທີ່ຂະບວນການແຂ່ງຂັນໄດ້ວາງອອກດ້ວຍຍອດລາຍຈ່າຍກວ່າ 748 ຕື້ດົ່ງລື່ນກາຍ 106% ຄາດໝາຍທີ່ໄດ້ຮັບມອບໝາຍ ບົນຈິດໃຈເພື່ອປະຊາຄົມມີຄວາມຮັບຜິດຊອບຕໍ່ສັງຄົມ. ພະນັກງານຕຳຫຼວດປະຊາຊົນໝົດທຸກຄົນໄດ້ສະໝັກໃຈສະໜັບສະໜູນເງິເດືອນ 2 ວັນຂອງຕົນ ເພື່ອໜູນຊ່ວຍລາຍຈ່າຍໃຫ້ແກ່ການຜັນຂະຫຍາຍໂຄງການລົບລ້າງເຮືອນຢູ່ຊົ່ວຄາເຮືອຮົ່ວເພຢູ່ບັນດາທ້ອງຖິ່ນ”.

ທ່ານ ດ່າວງອັກຢຸງ, ລັດຖະມົນຕີກະຊວງສາສະໜາ ແລະ ຊົນເຜົ່າ ຫວຽດນາມ (ພາບ: VGP)
 
ດ້ວຍການເຂົ້າຮ່ວມຢ່າງຂ້ຽວຂາດຂອງທັງລະບົບການເມືອງ, ການຮ່ວມແຮງຮ່ວມໃຈຂອງປະຊາຊົນທຸກຊັ້ນວັນນະ, ມາຮອດປະຈຸບັນ, ຫວຽດນາມ ໄດ້ປະຕິບັດສຳເລັດເປົ້າໝາຍລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃນຂອບເຂດທົ່ວປະເທດໂດຍພື້ນຖານ, ໄວກວ່າກຳນົດເວລາທີ່ໄດ້ວາງອອກ. ທ່ານ ດ່າວງອັກຢຸງ, ລັດຖະມົນຕີກະຊວງສາສະໜາ ແລະ ຊົນເຜົ່າ ຫວຽດນາມ, ຮອງຫົວໜ້າ, ທັງຮັບຜິດຊອບໜ້າທີ່ຜູ້ປະຈຳການຄະນະຊີ້ນຳສູນກາງ ໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ, ໃຫ້ຮູ້ວ່າ:

ທົ່ວປະເທດໄດ້ລົບລ້າງເຮືອນຢູ່ຊົ່ວຄາເຮືອຮົ່ວເພໄດ້ 334.234 ຫຼັງເງິນເກືອບ 50.000 ຕື້ດົ່ງໄດ້ຮັບການຜັນຂະຫຍານໃນໂຄງການ. ພວກເຮົາໄດ້ລະດົມ 2,7 ລ້ານມື້ອອກແຮງງານດ້ວຍກວ່າ 454.000 ເທື່ອຄົນເຂົ້າຮ່ວມກາໜູນຊ່ວຍປະຊາຊົນ. ໝາກຜົນດັ່ງກ່າວເປັນການຢັ້ງຢືນຄວາມເອົາໃຈໃສ່ການຊີ້ນຳພິເສດຂອງພັກລັດ ໃນການໜູນຊ່ວຍເຮືອນຢູ່ໃຫ້ແກ່ປະຊາຊົນໜູນຊ່ວຍປະຊາຊົນ ໃນການຮັບປະກັນຄວາມປອດໄພມີເຮືອນຢູ່ແລ້ວຈຶ່ງອຸ່ນອຽນໃຈທຳມາຫາກິນ".

ສ້າງຄວາມໄວ້ເນື້ອເຊື່ອໃຈປະກາຍຄວາມຫວັງ

ມາຮອດປະຈຸບັນ, ມີຫຼາຍຄອບຄົວໄດ້ດຳລົງຊີວິດໃນເຮືອນຢູ່ຫຼັງໃໝ່ທີ່ໂຫຍ່ໂຕສວຍງາມກວ່າ, ຖາວອນກວ່າ, ຈາກນັ້ນ ກໍ່ຊ່ວຍໃຫ້ເຂົາເຈົ້າມີຄວາມອຸ່ນອຽນໃຈເພື່ອພັດທະນາເສດຖະກິດ, ບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ.

“ຂຂອບໃຈນຳພັກລັດ ທີ່ໄດ້ປຸກສ້າງເຮືອນຫຼັງໃໝ່ໃຫ້ແກ່ຄອບຄົວຂ້າພະເຈົ້າ. ປະຈຸບັນຄອບຄົວຂ້າພະເຈົ້າໄດ້ອຸ່ນອຽນໃຈເພື່ອສຸມໃສ່ພັດທະນາການຜະລິດ”.

“ໂດຍໄດ້ຮັບການໜູນຊ່ວຍຈາກແນວໂຮມປະເທດຊາດ, ພໍ່ແມ່ປະຊາຊົນເຂດພູດອຍພວກຂ້າພະເຈົ້າຈຶ່ງລົບລ້າງເຮືອນຢູ່ຊົ່ວຄາວໄດ້. ປະຈຸບັນຂ້າພະເຈົ້າໄດ້ມີເຮືອນຫຼັງໃໝ່ແລ້ວສະນັ້ນຈະອຸ່ນອຽນໃຈທຳການຜະລິດ ແລະ ລ້ຽງດູສິດສອນລູກຫຼານ. ຂ້າເຈົ້າຮູ້ສຶກປິຕິຊົມຊື່ນ ແລະ ພາກພູມໃຈທີ່ສຸດ”.

ທ່ານພົນໂທ ຫງວຽນກວາງງອັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ (ພາບ: VGP)

ເປົ້າໝາຍແມ່ນຮອດປີ 2030 ຈະລົບລ້າງສະພາບເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພຢ່າງສົມບູນໃຫ້ແກ່ຄອບຄົວທຸກຍາກ, ຄອບຄົວໃກ້ຂັ້ນທຸກຍາກ ແລະ ປະຊາຊົນຜູ້ຖືກຜົນສະທ້ອນຈາກໄພທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ. ໃນໄລຍະຈະມາເຖິງ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຈະສືບຕໍ່ຜັນຂະຫຍາຍຫຼາຍໂຄງການກະທຳ ເພື່ອປະຕິບັດສຳເລັດເປົ້າໝາຍທີ່ໄດ້ວາງອອກ. ທ່ານພົນໂທ ຫງວຽນກວາງງອັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໃຫ້ຮູ້ວ່າ:

“ໂຄງການລົບລ້າງເຮືອນຢູ່ຊົ່ວຄາເຮືອຮົ່ວເພ ບໍ່ພຽງແຕ່ແມ່ນການກໍ່ສ້າງເຮືອນຫຼັງໃໝ່ເທົ່ານັ້ນຫາກຍັງເປັນກາສ້າງຄວາມໄວ້ເນື້ອເຊື່ອໃຈປະກາຍຄວາມຫວັງອີກດ້ວຍ. ໃນໄລຍະຈະມາເຖິງຄະນະພັກການທະຫານສູນກາງ ກະຊວງປ້ອງກັນປະເທດ ກຳນົດວ່າ ວຽກງານລົບລ້າງເຮືອນຢູ່ຊົ່ວຄາເຮືອຮົ່ວເພແມ່ນໜ້າທີ່ເປັນປະຈຳຂອງພະນັກງານນັກຮົບທົ່ວກອງທັບ ແລະ ພວກຂ້ພະເຈົ້າຈະສືບຕໍ່ສົມທົບກັບຄະນະພັກການທະຫານອຳນາດການປົກຄອງທ້ອງຖິ່ນໃນບໍລິເວທົ່ວປະເທດ ສືບຕໍ່ປະຕິບັດບັນດາຄາດໝາຍໃຫ້ເປັນຢ່າງດີປະກອບສ່ວນສ້າງບ່ອນອີງທີ່ໜັກແໜ້ນຂອງປະຊາຊົນ”.

ຜົນສຳເລັດຂອງໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃນຂອບເຂດທົ່ວປະເທດແມ່ນກິດຈະກຳແຫ່ງຊາດພິເສດ, ແລະມີຄວາມໝາຍ, ເຊິ່ງໄດ້ຮັບການປະຕິບັດສຳເລັດກົງກັບໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ສຳເລັດຜົນສຳ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ ໄດ້ເປັນການຢັ້ງຢືນກຳລັງແຮງແຫ່ງຄວາມມະຫາສາມັກຄີທົ່ວປວງຊົນທັງຊາດ, ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງທົ່ວສັງຄົມທີ່ມີຕໍ່ວຽກງານຮັບປະກັນຊີວິດສັງຄົມ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ​ພົບ​ປະ​ກັບບັນ​ດາ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ຜ່ານ​ບັນ​ດາ​ສະໄໝ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ​ພົບ​ປະ​ກັບບັນ​ດາ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ຜ່ານ​ບັນ​ດາ​ສະໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ 80 ປີຜ່ານມາ, ສະພາແຫ່ງຊາດຍາມໃດກໍ່ຮ່ວມເດີນທາງພ້ອມກັບຊົນຊາດ, ແມ່ນແຫ່ງວາງອອກບັນດານະໂຍບາຍຊີ້ຂາດທີ່ສຳຄັນຕາມຄວາມມຸ່ງຫວັງ ແລະ ເຈດຈຳນົງຂອງປະຊາຊົນ ເຊິ່ງໄດ້ຮັບການປຶກສາຫາລືຢ່າງມີປະຊາທິປະໄຕ, ໄດ້ຮັບການຮັບຮອງຢ່າງລະມັດລະວັງ, ຜັນຂະຫຍາຍຢ່າງຂ້ຽວຂາດ.

Top