• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ຍາ​ກາດ​ຄຶກ​ຄື້ນ​ກະ​ກຽມ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ບຸນ​ໃຫຍ່ 80 ປີ ແຫ່ງ​ການ​ປະ​ຕິ​ວັ​ດ​ເດືອນ​ສິງ​ຫາ, ວັນ​ຊາດ ຫວຽດ​ນາມ ທີ 2 ກັນ​ຍາ

ວັນບຸນໃຫຍ່ສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ (19/8/1945-19/8/2025), ວັນສະຖາປະນາປະເທດ ຫວຽດນາມ (2/9/1945-2/9/2025) ລວມມີພິທີໂຮມຊຸມນຸມມິດຕິງ, ການເດີນຂະບວນ, ສວນສະໜາມ ທີ່ຈະດຳເນີນໃນຕອນເຊົ້າວັນທີ 2 ກັນຍາ, ຢູ່ນະຄອນຫຼວງ ຮ່າໂນ້ຍ. ບັນຍາກາດຄຶກຄື້ນ, ຕື້ນເຕັ້ນລໍຄອຍເຫດການໄດ້ປົກຄຸມໄປທົ່ວປະເທດ, ພິເສດແມ່ນຢູ່ນະຄອນຫຼວງ ຮ່າໂນ້ຍ.
ບັນດາຍາກາດການຊ້ອມເດີນຂະບວນສວນສະໜາມ

ຢູ່ຖະໜົນສາຍຕ່າງໆ, ໂດຍສະເພາະແມ່ນເຂດສູນກາງ, ເຊັ່ນ: ສະໜາມຫຼວງ ບາດິ່ງ, ຖະໜົນຍ່າງອ້ອມຮອບໜອງຮວ່ານກຽມ, ຖະໜົນສາຍຕ່າງໆທີ່ບັນດາກຸ້ມກ້ອນກຳລັງເດີນຂະບວນສວນສະໜາມຜ່ານ… ບັນດາປ້າຍໂຄສະນາ, ຄຳຂວັນຊົມເຊີຍ, ທຸງຊາດ, ດອກໄມ້ ໄດ້ຮັບການປະດັບປະດາຢ່າງສວຍງາມ. ຫຼາຍກິດຈະກຳຮັບໃຊ້ພິທີໃຫຍ່ນີ້ ກໍພວມເລັ່ງລັດກະກຽມໃຫ້ສຳເລັດ.

 “ຂ້າພະເຈົ້າມີຄວາມຕື່ນເຕັ້ນ, ລໍຖ້າແຕ່ລະມື້…. ບັນຍາກາດຢູ່ຮ່າໂນ້ຍ ພວມອຶກກະທຶກຄຶກໂຄມ. ຖະໜົນໄດ້ຮັບການປະດັບປະດາ, ສະອາດ. ຮ່າໂນ້ຍ ມີການກະກຽມຢ່າງລອບຄອບຖີ່ຖ້ວນ ຈະຊ່ວຍໃຫ້ປະຊາຊົນທົ່ວປະເທດ ແລະ ແຂກທ່ອງທ່ຽວສາກົນມີຄວາມປະທັບໃຈຕື່ມ. ຂ້າພະຈົ້າຄິດວ່າ ວັນບຸນໃຫຍ່ນີ້ຈະມີຄວາມຈັບອົກຈັບໃຈ, ບໍ່ພຽງແຕ່ແມ່ນການສະເຫຼີມສະຫຼອງເອກະລາດຄົບຮອບ 80 ປີເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອເຫັນການພັດທະນາຂອງປະເທດຊາດ”.

“ວັນທີ 2 ກັນຍາ, ຫຼານຈະຕື່ນແຕ່ເຊົ້າ ແລະ ມີໜ້າຢູ່ໜອງ ຮວ່ານກຽມ ເພື່ອລໍຖ້າກຳລັງເດີນຂະບວນສວນສະໜາມຜ່ານ. ຫຼານໄດ້ຂໍແມ່ຊື້ເສື້ອ ແລະ ທຸງຊາດໃຫ້ແລ້ວ”.

ປະຊາຊົນນັ່ງຖ້າຮັບຊົມການຊ້ອມເດີນສະບວນ, ສວນສະໜາມ

ຈຸດພິເສດຂອງພິທີສະເຫຼີມສະຫຼອງປີນີ້ແມ່ນການແຫ່ທວນໄຟທີ່ເປັນມູນເຊື້ອ, ທຸງຊາດ, ພ້ອມດ້ວຍຫຼາຍກ້ອນກຳລັງເດີນຂະບວນຂອງກອງທັບປະຊາຊົນ, ຕຳຫຼວດປະຊາຊົນ, ກຳລັງມະຫາຊົນ ແລະ ກອງທັບຕ່າງປະເທດ. 

ເພື່ອໃຫ້ກິດຈະກຳເດີນຂະບວນ, ສວນສະໜາມໄດ້ດຳເນີນຢ່າງສຳເລັດຜົນ, ຫຼາຍເດືອນຜ່ານມາ, ບັນດາກ້ອນກຳລັງໄດ້ຝຶກຊ້ອມຢູ່ຫຼາຍສະຖານທີ່ຢູ່ຮ່າໂນ້ຍ.

ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ, ວັນຊາດທີ 2 ກັນຍາ ປີນີ້ ບໍ່ພຽງແຕ່ແມ່ນໂອກາດເພື່ອເຊີດຊູບັນດາຂີດໝາຍປະຫວັດສາດທີ່ສະຫງ່າອົງອາດຂອງຊາດເທົ່ານັ້ນ, ຫາກຍັງແມ່ນໂອກາດພິເສດເພື່ອໂຄສະນາພາບພົດນະຄອນຫຼວງ ຮ່າໂນ້ຍ “ອະລິຍະທຳ - ສີວິໄລ - ທັນສະໄໝ”.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ​ພົບ​ປະ​ກັບບັນ​ດາ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ຜ່ານ​ບັນ​ດາ​ສະໄໝ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ​ພົບ​ປະ​ກັບບັນ​ດາ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ຜ່ານ​ບັນ​ດາ​ສະໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ 80 ປີຜ່ານມາ, ສະພາແຫ່ງຊາດຍາມໃດກໍ່ຮ່ວມເດີນທາງພ້ອມກັບຊົນຊາດ, ແມ່ນແຫ່ງວາງອອກບັນດານະໂຍບາຍຊີ້ຂາດທີ່ສຳຄັນຕາມຄວາມມຸ່ງຫວັງ ແລະ ເຈດຈຳນົງຂອງປະຊາຊົນ ເຊິ່ງໄດ້ຮັບການປຶກສາຫາລືຢ່າງມີປະຊາທິປະໄຕ, ໄດ້ຮັບການຮັບຮອງຢ່າງລະມັດລະວັງ, ຜັນຂະຫຍາຍຢ່າງຂ້ຽວຂາດ.

Top