• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ສຸດຍອດ ອາ​ເມ​ລິ​ກາ - ສ.ເກົາຫຼີ: ທ່ານ Lee Jae Myung ປ​ະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ ຫວັງ​ວ່າ ທ່ານ Donald Trump ຈະໃຫ້​ການ​ໜູນ​ຊ່ວຍໃນ​ບັນ​ຫາ ສປ​ປ.ເກົາຫຼີ

ວັນທີ 25 ສິງຫາ ຕາມເວລາທ້ອງຖິ່ນ, ຢູ່ ວໍຊິງຕັນ (ອາເມລິກາ), ທ່ານ Donald Trump ປະທານາທິບໍດີ ອາເມລິກາ ມີການພົບປະສຸດຍອດຄັ້ງທຳອິດກັບ ທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ. ໃນການພົບປະ, ທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ ສະແດງຄວາມຫວັງວ່າ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຈະເປີດ “ເສັ້ນທາງສັນຕິພາບໃໝ່” ໃຫ້ແກ່ແຫຼມ ເກົາຫຼີ.
ທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung ແລະ ພັນລະຍາ ເດີນທາງໄປຍັງ ອາເມລິກາ ໃນວັນທີ 24 ສິງຫາ 2025 (ພາບ: Yonhap/TTXVN)

ສ່ວນທ່ານ Donald Trump ປະທານາທິບໍດີ  ອາເມລິກາ ໃຫ້ຂໍ້ສັງເກດວ່າ ທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ ອາດຈະບັນລຸໄດ້ “ຄວາມຄືບໜ້າໃຫຍ່” ກ່ຽວກັບບັນຫາ ສປປ.ເກົາຫຼີ. ທ່ານປະທານາທິບໍດີ ອາເມລິກາ ກ່າວວ່າ ທ່ານຢາກພົບປະກັບທ່ານ Kim Jong Un ການນຳ ສປປ.ເກົາຫຼີ ໃນທັນທີ “ໃນປີນີ້”.

ກ່ຽວຂ້ອງເຖິງກຳລັງ ອາເມລິກາ ຕັ້ງທັບ ຢູ່ ສ.ເກົາຫຼີ (USFK), ທ່ານ Trump ໃຫ້ຮູ້ວ່າ ທ່ານຢາກສະເໜີ ສ.ເກົາຫຼີ ໃຫ້ ອາເມລິກາ ຖືກຳມະສິດເຂດດິນ ເຊິ່ງ ສ.ເກົາຫຼີ ພວມໃຫ້ ອາເມລິກາ ເຊົ່າໃນປັດຈຸບັນ ເພື່ອຕັ້ງຖານທີ່ໝັ້ນການທະຫານ.

ກ່ອນໜ້ານັ້ນ, ເມື່ອກ່າວຄຳເຫັນໃນວັນທີ 24 ສິງຫາຂະນະທີ່ເດີນທາງໄປຍັງ ອາເມລິກາ ເພື່ອເຂົ້າຮ່ວມການພົບປະສຸດຍອດກັບທ່ານ Trump, ທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ   ຖະແຫຼງວ່າ ສ.ເກົາຫຼີ "ຍາກທີ່ຈະຍອມຮັບ” ຄຳຮຽກຮ້ອງຂອງ ອາເມລິກາ ກ່ຽວກັບ “ລັກສະນະໄຫວພິບຍຸດສະທຳ” ສຳລັບ USFK  ໄດ້.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ​ພົບ​ປະ​ກັບບັນ​ດາ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ຜ່ານ​ບັນ​ດາ​ສະໄໝ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ​ພົບ​ປະ​ກັບບັນ​ດາ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ຜ່ານ​ບັນ​ດາ​ສະໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ 80 ປີຜ່ານມາ, ສະພາແຫ່ງຊາດຍາມໃດກໍ່ຮ່ວມເດີນທາງພ້ອມກັບຊົນຊາດ, ແມ່ນແຫ່ງວາງອອກບັນດານະໂຍບາຍຊີ້ຂາດທີ່ສຳຄັນຕາມຄວາມມຸ່ງຫວັງ ແລະ ເຈດຈຳນົງຂອງປະຊາຊົນ ເຊິ່ງໄດ້ຮັບການປຶກສາຫາລືຢ່າງມີປະຊາທິປະໄຕ, ໄດ້ຮັບການຮັບຮອງຢ່າງລະມັດລະວັງ, ຜັນຂະຫຍາຍຢ່າງຂ້ຽວຂາດ.

Top