• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີ 8 ຄົນເສຍຊີວິດ, ຫາຍສາບສູນພາຍຫຼັງພາຍຸ Kajiki, ນາຍົກລັດຖະມົນຕີ ຊີ້ນຳແກ້ໄຂຜົນຮ້າຍຢ້ອນຫຼັງ, ຟື້ນຟູການຜະລິດໂດຍໄວ

ທ່ານນາຍົກລັດຖະມົນຕີກໍ່ຍັງຮຽກຮ້ອງໃຫ້ກ່ຽມພ້ອມກຳລັງ, ວັດສະດຸກໍ່ສ້າງ, ພາຫະນະ ໜູນຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ, ນ້ຳແກ່ງຖ້ວມຢ່າງທັນການ.
ຕາແສງ ໂຮ້ຍຊວັນ, ແຂວງ ແທັງຮວາ ຖືກນຳແກ່ງຖ້ວມ (ພາບ: TTXVN)

ໄລ່ຮອດເວລາ 15 ໂມງຂອງວັນທີ 26 ສິງຫາ, ລົງແຮງ ແລະ ຝົນຕົກພາຍຫຼັງພາຍຸໄດ້ເຮັດໃຫ້ມີ 7 ຄົນເສຍຊີວິດ ແລະ 1 ຄົນຫາຍສາບສູນ. ມີເຮືອນຢູ່, ໂຮງຮຽນ 8.700 ຫຼັງ ເປເພ; ຕົ້ນໄມ້ເກືອບ 21.000 ຕົ້ນຖືກຫັກ, ລົ້ມ; ມີເສັ້ນທາງຄົມມະນາຄົມຫຼາຍສາຍ, ກິດຈະກຳຊົນລະປະທານ, ລະບົບໄຟຟ້າ, ໂທລະຄົມມະນາຄົມຖືກເຊາະເຈືອນ.

ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Kajiki ແລະ ຝົນຕົກ, ນຳແກ່ງຖ້ວມໂດຍໄວ, ວັນທີ 26 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ສົ່ງໂທລະເລກຮຽກຮ້ອງໃຫ້ປະທານຄະນະກຳມະການປະຊາຊົນບັນດາແຂວງ ແທັງຮວາ, ເງະອານ, ຮ່າຕິ້ງ ແລະ ບັນດາທ້ອງຖິ່ນຖືກຜົນສະທ້ອນຍ້ອນພາຍຸ ຊີ້ນຳການເຂົ້າເຖິງບັນດາເຂດຍັງພວມຖືກຕັກແຍກຍ້ອນໄພທຳມະຊາດ; ສຸມໃສ່ຊອກຫາບັນດາຜູ້ທີ່ຍັງຫາຍສາບສູນ; ປິນປົວໃຫ້ຄົນເຈັບ; ໜູນຊ່ວຍປະຊາຊົນສ້ອມແປງເຮືອນຢູ່ຖືກເປເພຍ້ອນພາຍຸ, ນ້ຳແກ່ງຖ້ວມ… ທ່ານນາຍົກລັດຖະມົນຕີກໍ່ຍັງຮຽກຮ້ອງໃຫ້ກ່ຽມພ້ອມກຳລັງ, ວັດສະດຸກໍ່ສ້າງ, ພາຫະນະ ໜູນຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ, ນ້ຳແກ່ງຖ້ວມຢ່າງທັນການ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ​ພົບ​ປະ​ກັບບັນ​ດາ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ຜ່ານ​ບັນ​ດາ​ສະໄໝ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ​ພົບ​ປະ​ກັບບັນ​ດາ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ຜ່ານ​ບັນ​ດາ​ສະໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ 80 ປີຜ່ານມາ, ສະພາແຫ່ງຊາດຍາມໃດກໍ່ຮ່ວມເດີນທາງພ້ອມກັບຊົນຊາດ, ແມ່ນແຫ່ງວາງອອກບັນດານະໂຍບາຍຊີ້ຂາດທີ່ສຳຄັນຕາມຄວາມມຸ່ງຫວັງ ແລະ ເຈດຈຳນົງຂອງປະຊາຊົນ ເຊິ່ງໄດ້ຮັບການປຶກສາຫາລືຢ່າງມີປະຊາທິປະໄຕ, ໄດ້ຮັບການຮັບຮອງຢ່າງລະມັດລະວັງ, ຜັນຂະຫຍາຍຢ່າງຂ້ຽວຂາດ.

Top