• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍ​ການ​ສິ​ລະ​ປະ “ຫວຽດ​ນາມ ໃນ​ໃຈ​ຂອງ​ຂ້ອຍ”

ລາຍການສິລະປະ “ຫວຽດນາມ ໃນໃຈຂ້ອຍ” ໄດ້ດຳເນີນໃນຕອນຄ່ຳວັນທີ 26 ສິງຫາ, ຢູ່ສູນງານວາງສະແດແຫ່ງຊາດ (ດົງແອັງ, ຮ່າໂນ້ຍ).
ການສະແດງສິລະປະໃນລາຍການ “ຫວຽດນາມ ໃນໃຈຂ້ອຍ” (ພາບ: qdnd.vn)

ລາຍການດັ່ງກ່າວໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຈັດຂຶ້ນ, ແມ່ນເຫດການສິລະປະຈຸດສຸມນອນໃນຫຼາຍກິດຈະກຳ “ໄລຍະທາງ 80 ປີແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ”.

ລາຍການໄດ້ດຳເນີນດ້ວຍສິບລາຍການສະແດງທີ່ໄດ້ຮັບການລົງທຶນຢ່າງລະອຽດລະອໍ, ນຳພາຜູ້ຊົມຜ່ານ 3 ພາກ ລວມມີ: ຫວຽດນາມ ໃນໃຈຂອງຂ້ອຍ ແມ່ນຄຳກ່ອມແຫ່ງຄວາມຊົງຈຳ, ຫວຽດນາມ ໃນໃຈຂ້ອຍແມ່ນບັນດາການເດີນທາງ, ຫວຽດນາມ ໃນໃຈຂອງຂ້ອຍແມ່ນດິນແດນມະຫັດສະຈັນ.

“ຂ້າພະເຈົ້າຊື່ວ່າ ຟ້າມກວັກຮຶງ, ແມ່ນຜູ້ອຳນວຍການປະດິດຄິດສ້າງຂອງ ລາຍການສິລະປະ ຫວຽດນາມ ໃນໃຈຂອງຂ້ອຍ. ດ້ວຍນ້ຳໃຈຮັກຊາດ, ພວກຂ້າພະເຈົ້າພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອອຸທິດສ່ວນ, ນຳມາເຊິ່ງການສຳຜັດທີ່ດີທີ່ສຸດໃຫ້ແກ່ຜູ້ຊົມ, ຄຸນຄ່າຂອງຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ”.

“ນ້ອງຊື່ວ່າ ຫວູທິອຽນ ມາຈາກ ບາວີ່. ນ້ອງເຫັນວ່າ ລາຍການມື້ນີ້ຄັກຫຼາຍ, ນ້ອງຮູ້ສຶກເອກອ້າງທະນົງໃຈທີ່ເປັນຊາວ ຫວຽດນາມ”.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ນາບ​ຂູ່​ເພີ່ມ​ອັດ​ຕາ​ພາ​ສີ​ສຳ​ລັບ​ບັນ​ດາ​ປະ​ເທດ​ທີ່​ຈັດ​ວາງ​ອັດ​ຕາ​ພາ​ສີ​ສຳ​ລັບ​ເຕັກ​ນິກ​ດີ​ຈີ​ຕອນ

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ນາບ​ຂູ່​ເພີ່ມ​ອັດ​ຕາ​ພາ​ສີ​ສຳ​ລັບ​ບັນ​ດາ​ປະ​ເທດ​ທີ່​ຈັດ​ວາງ​ອັດ​ຕາ​ພາ​ສີ​ສຳ​ລັບ​ເຕັກ​ນິກ​ດີ​ຈີ​ຕອນ

ວັນທີ 25 ສິງຫາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ນາບຂູ່ຈັດວາງອັດຕາພາສີເພີ່ມຫຼາຍພໍສົມຄວນສຳລັບສິນຄ້ານຳເຂົ້າຈາກບັນດາປະເທດທີ່ຈັດວາງພາສີດ້ານເຕັກນິກດີຈີຕອນ, ເວັ້ນເສຍແຕ່ກໍລະນີບັນດາປະເທດນີ້ຍົກເລີກກົດໝາຍພາສີດັ່ງກ່າວ.

Top