ວັນທີ 25 ສິງຫາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ນາບຂູ່ຈັດວາງອັດຕາພາສີເພີ່ມຫຼາຍພໍສົມຄວນສຳລັບສິນຄ້ານຳເຂົ້າຈາກບັນດາປະເທດທີ່ຈັດວາງພາສີດ້ານເຕັກນິກດີຈີຕອນ, ເວັ້ນເສຍແຕ່ກໍລະນີບັນດາປະເທດນີ້ຍົກເລີກກົດໝາຍພາສີດັ່ງກ່າວ.
ໃນສື່ສັງຄົມອອນໄລ Truth Social, ທ່ານປະທານາທິບໍດີ Donald Trump ເນັ້ນໜັກວ່າ, ໃນຖານະເປັນປະທານາທິບໍດີ ອາເມລິກາ. ທ່ານຈະລຸກຂຶ້ນຕ້ານຄືນບັນດາປະເທດຈັດວາງອັດຕາພາສີສຳລັບບໍລິສັດເຕັກໂນໂລຢີຂອງ ອາເມລິກາ. ຕາມທ່ານ Trump ແລ້ວ, ບັນດາປະເພດພາສີດ້ານເຕັກນິກດີຈີຕອນ, ກົດໝາຍການບໍລິການດີຈີຕອນ ແລະ ຂໍ້ກຳນົດຕະຫຼາດເຕັກນິກດີຈີຕອນ ລ້ວນແຕ່ໄດ້ອອກແບບ ເພື່ອແນໃສ່ກໍ່ຄວາມເສຍຫາຍ ຫຼື ຈຳແນກການປະພຶດກັບເຕັກໂນໂລຢີ ອາເມລິກາ.
ຫຼາຍປະເທດ, ພິເສດ ຢູ່ ເອີຣົບ ໄດ້ຈັດວາງອັດຕາພາສີລາຍຮັບຈາກບັນດາບໍລິສັດສະໜອງການບໍລິການເຕັກນິກດີຈີຕອນຄື Google ຂອງ Alphabet, Facebook ຂອງ Meta, Apple ແລະ Amazon.