ຂ່າວສານ
ປະທານາທິບໍດີ ລີບັງ ຖະແຫຼງວ່າ ການເຈລະຈາ ແມ່ນເສັ້ນທາງໜຶ່ງດຽວເພື່ອຢຸດຕິການປະທະກັນກັບ ອິດສະຣາແອັນ
ຮອບເຈລະຈາຄັ້ງທີ 4 ໂດຍ ອາເມລິກາ ເປັນກາງໄກ່ເກ່ຍ ລະຫວ່າງ ລີບັງ ແລະ ອິດສະຣາແອັນ ໄດ້ດຳເນີນໃນວັນທີ 02 ມິຖຸນາ ຢູ່ ວໍຊິງຕັນ. ບັນດາຮອບເຈລະຈາລະຫວ່າງສອງປະເທດນັ້ນ ໄດ້ຮັບການລິເລີ່ມເມື່ອເດືອນ ເມສາ 2026 ພາຍຫຼັງການປະທະກັນລະຫວ່າງ ອິດສະຣາແອັນ - ເຮັກໂບລາ ເກີດຂຶ້ນ, ໂດຍສຸມໃສ່ການຮັກສາຄຳສັ່ງຢຸດຍິງ, ສ້າງຕັ້ງບັນດາກົນໄກເພື່ອປະຕິບັດຂໍ້ຕົກລົງຢຸດຍິງໃນຍາວນານ, ແກ້ໄຂການຖອນກຳລັງຂອງ ອິດສະຣາແອັນ ອອກຈາກພາກໃຕ້ ລີບັງ ແລະ ເພີ່ມທະວີການຄວບຄຸມຂອງລັດ ລີບັງ ສຳລັບບັນດາເຂດຊາຍແດນ.
ເຮັກໂບລາ ສືບຕໍ່ປະຕິເສດບັນດາການເຈລະຈາແບບເຊິ່ງໜ້າລະຫວ່າງ ລີບັງ ກັບ ອິດສະຣາແອັນ ພາຍໃຕ້ການເປັນກາງໄກ່ເກ່ຍຂອງ ອາເມລິກາ. ທ່ານ Hussein Hajj Hassan ສະມາຊິກລັດຖະສະພາ ເຮັກໂບລາ ຖືວ່າ ບັນດາມາດຕະການປ່ຽນແທນທີ່ເໝາະສົມ ແມ່ນຟື້ນຟູຄວາມສາມັກຄີຊົນຊາດ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງບັນດາຝ່າຍ ລີບັງ.






