ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເນັ້ນໜັກເຖິງເນື້ອໃນຈິດໃຈລຸລ່ວງ ນັ້ນແມ່ນ ຖືມະນຸດເປັນໃຈກາງ, ວັດທະນະທຳແມ່ນພື້ນຖານ, ກົດໝາຍ ແລະ ລະບຽບວິໄນແມ່ນເສົາຄ້ຳ, ສ້າງສັງຄົມສີວິໄລ, ສັງຄົມນິຍົມ ກ່ອນອື່ນໝົດແມ່ນສ້າງປະຊາຊົນ ຫວຽດນາມ ໃນສະໄໝໃໝ່ ທີ່ມີອຸດົມການ, ມີກິດຕິຄຸນມະນຸດ, ມີວັດທະນະທຳ, ມີສະຕິພົນລະເມືອງ, ມີຈິດໃຈຄວາມຮັບຜິດຊອບ ແລະ ມີກຳລັງຄວາມສາມາດປັບຕົວເຂົ້າກັບສັງຄົມປັດຈຸບັນ.
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)
“ທຸກແຜນນະໂຍບາຍ, ນະໂຍບາຍຕ້ອງມຸ່ງໄປເຖິງການປົກປ້ອງມະນຸດ, ຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ”. ນີ້ແມ່ນຄຳຢັ້ງຢືນຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໃນການເຮັດວຽກກັບຄະນະພັກຕຳຫຼວດສູນກາງ ແລະ ບັນດາອົງການທີ່ກ່ຽວຂ້ອງກ່ຽວກັບແຜນຮ່າງ “ສ້າງສັງຄົມທີ່ມີຄວາມເປັນລະບຽບຮຽບຮ້ອຍ, ລະບຽບວິໄນ, ປອດໄພ, ໂປ່ງໃສ, ສີວິໄລ, ກົມກຽວ, ພັດທະນາ” ໃນຕອນເຊົ້າວັນທີ 3 ມິຖຸນາ ຢູ່ຮ່າໂນ້ຍ.
ເມື່ອກ່າວຄຳເຫັນສະຫຼຸບການເຮັດວຽກ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເນັ້ນໜັກເຖິງເນື້ອໃນຈິດໃຈລຸລ່ວງ ນັ້ນແມ່ນ ຖືມະນຸດເປັນໃຈກາງ, ວັດທະນະທຳແມ່ນພື້ນຖານ, ກົດໝາຍ ແລະ ລະບຽບວິໄນແມ່ນເສົາຄ້ຳ, ສ້າງສັງຄົມສີວິໄລ, ສັງຄົມນິຍົມ ກ່ອນອື່ນໝົດແມ່ນສ້າງປະຊາຊົນ ຫວຽດນາມ ໃນສະໄໝໃໝ່ ທີ່ມີອຸດົມການ, ມີກິດຕິຄຸນມະນຸດ, ມີວັດທະນະທຳ, ມີສະຕິພົນລະເມືອງ, ມີຈິດໃຈຄວາມຮັບຜິດຊອບ ແລະ ມີກຳລັງຄວາມສາມາດປັບຕົວເຂົ້າກັບສັງຄົມປັດຈຸບັນ. ທ່ານ ເລຂາທິການໃຫຍ່, ປະທານ ໂຕເລິມ ຊີ້ແຈ້ງວ່າ:
“ທຸກແຜນນະໂຍບາຍ, ນະໂຍບາຍຕ້ອງມຸ່ງໄປເຖິງການປົກປ້ອງມະນຸດ, ຍົກສູງຄຸນນະພາບການດຳລົງຊີວິດ, ຮັບປະກັນເພື່ອໃຫ້ປະຊາຊົນທຸກຄົນໄດ້ດຳລົງຊີວິດໃນສະພາບແວດລ້ອມທີ່ປອດໄພ, ປອດໃສ, ມີວັດທະນະທຳມະນຸດ, ມີໂອກາດພັດທະນາ, ໄດ້ຊົມໃຊ້ໝາກຜົນການພັດທະນາຢ່າງຍຸຕິທຳ, ມີການປະສານສົມທົບການພັດທະນາເສດຖະກິດກັບຄວາມກ້າວໜ້າ, ຄວາມຍຸຕິທຳສັງຄົມຢ່າງແໜ້ນແຟ້ນ. ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ”.
(ແຫຼ່ງຄັດຈາກ VOV)