ວັນທີ 02 ມິຖຸນາ, ທ່ານ Yury Ushakov ຜູ້ຊ່ວຍວຽກປະທານາທິບໍດີ ລັດເຊຍ ຮັບຜິດຊອບນະໂຍບາຍການຕ່າງປະເທດ ແຈ້ງໃຫ້ຊາບວ່າ ມີຜູ້ແທນປະມານ 20.000 ທ່ານ ທີ່ມາຈາກກວ່າ 100 ປະເທດ ຈະເຂົ້າຮ່ວມເວທີປາໄສເສດຖະກິດສາກົນ St. Petersburg 2026 (SPIEF 2026) ທີ່ດຳເນີນແຕ່ວັນທີ 03 ຫາວັນທີ 06 ມິຖຸນາ.
ທຸງເວທີປາໄສເສດຖະກິດສາກົນ Saint Petersburg (SPIEF) ປິ່ວສະບັດຢູ່ຫໍພິພິທະພັນ Hermitage ແຫ່ງຊາດ, ຢູ່ Saint Petersburg, ລັດເຊຍ (ພາບ: REUTERS/Anastasia Barashkova)
ເມື່ອກ່າວຄຳເຫັນໃນການຖະແຫຼງຂ່າວຢູ່ ມົດສະກູ, ທ່ານ Yury Ushakov ເນັ້ນໜັກວ່າ ມີບັນດາຜູ້ແທນຂັ້ນສູງ, ລວມມີການນຳລັດຖະບານ, ນັກການເມືອງ ມາຈາກປະມານ 76 ປະເທດ ໄດ້ເຂົ້າຮ່ວມກິດຈະກຳຕ່າງໆຂອງເວທີປາໄສ. ໃນຂະນະນັ້ນ, ບັນດາປະເທດທີ່ຂຶ້ນກັບປະຊາຄົມບັນດາປະເທດເອກະລາດ (SNG) ກໍ່ຄາດວ່າ ຈະສືບຕໍ່ເຂົ້າຮ່ວມ. ສິ່ງທີ່ໜ້າສົນໃຈແມ່ນ, ນີ້ເປັນຄັ້ງທຳອິດພາຍຫຼັງໄລຍະເວລາ 10 ປີ ທີ່ມີຄະນະຜູ້ແທນຂອງ ອາເມລິກາ ເຂົ້າຮ່ວມເວທີປາໄສດັ່ງກ່າວ.
ທ່ານ Yury Ushakov ກໍໃຫ້ຮູ້ວ່າ ວັນທີ 04 ມິຖຸນາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຈະເປີດສາກເວທີປາໄສດ້ວຍການພົບປະການນຳບັນດາສຳນັກຂ່າວສານສາກົນ ແນໃສ່ປຶກສາຫາລືກ່ຽວກັບບັນຫາບັນຫາການເມືອງ ແລະ ເສດຖະກິດທີ່ສຳຄັນຢູ່ພາຍໃນ ແລະ ນອກປະເທດນີ້.
ວາລະປະຊຸມຄົບຄະນະຂອງເວທີປາໄສຄາດວ່າ ຈະໄດ້ດຳເນີນໃນວັນທີ 05 ມິຖຸນາ ດ້ວຍບົດກ່າວປາໄສສຳຄັນຂອງທ່ານປະທານາທິບໍດີ ລັດເຊຍ, ຖັດຈາກນັ້ນແມ່ນວາລະປຶກສາຫາລື ແລະ ວາລະຖາມຕອບ.
(ແຫຼ່ງຄັດຈາກ VOV)