• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວໜ້າເສນາທິການກຳລັງປະກອບອາວຸດ ຟີລິບປິນ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

2 ຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືດ້ວຍຄວາມໄວ້ເນື້ອເຊື່ອໃຈ, ຮອບດ້ານ, ແທ້ຈິງ; ໃຫ້ຄຳປຶກສາເສນາທິການຜັນຂະຫຍາຍບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ກະຊວງທີ່ຫາກໍ່ໄດ້ລົງນາມໃຫ້ມີປະສິດທິຜົນ.
  ທີ່ການພົບປະເຈລະຈາ (ພາບ: Vietnam+)  

ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ ທ່ານ​ພົນ​ເອກ ຫງວຽນ​ເຕິນ​ເກືອງ, ຫົວໜ້າເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ, ຮອງ​ລັດ​ຖະ​ມົນ​ຕ​ີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ, ທ່ານ​ພົນ​ເອກ Romeo Brawner Junior, ຫົວໜ້າເສ​ນາ​ທິ​ການ​ກຳ​ລັງ​ປະ​ກອບ​ອາ​ວຸດ ຟີ​ລິ​ບ​ປິນ ເປັນ​ຫົວ​ໜ້າ​ຄະ​ນະຜູ້ແທນຂັ້ນສູງກຳລັງປະກອບອາວຸດ ຟີລິບປິນ ມາ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ, ແຕ່​ວັນ​ທີ 03 – 06 ມິ​ຖຸ​ນາ. ຕອນ​ບ່າຍ​ວັນ​ທີ 03 ມິ​ຖຸ​ນາ, ຢູ່ ຮ່າ​ໂນ້ຍ, ທ່ານ​ພົນ​ເອກ ຫງວຽນ​ເຕິນ​ເກືອງ ໄດ້​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ ແລະ ດຳ​ເນີນ​ການ​ໂອ້​ລົ​ມ​ສົນ​ທະ​ນາ​ກັບ ​ທ່ານ​ພົນ​ເອກ Romeo Brawner Junior.

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, 2 ຝ່າຍ​ໄດ້​ເຫັນ​ດີ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ວຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຮອບ​ດ້ານ, ແທ້​ຈິງ; ໃຫ້​ຄຳ​ປຶກ​ສາເສນາທິການ​​ຜັນ​ຂະ​ຫຍາຍ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດລະ​ຫວ່າງ 2 ກະ​ຊວງ​ທີ່​ຫາກໍ່​ໄດ້​ລົງ​ນາມ​ໃຫ້​ມີ​ປະ​ສິດ​ທິ​ຜົນ. ບັນ​ດາ​ເນື້ອ​ໃນ​ຕ້ອງ​ສຸມ​ໃສ່, ລວມ​ມີ: ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ການ​ພົບ​ປະ​ຂັ້ນ​ສູງ ແລະ ທຸກ​ຂັ້ນ; ຮັກ​ສາ​ປະ​ສິດ​ທິ​ຜົນ​ບັນ​ດາ​ກົນ​ໄກ​ຮ່ວມ​ມື 2 ຝ່າຍ, ໂດຍ​ສະ​ເພາະ​ແມ່ນ​ການ​ໂອ້​ລົມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ; ຕັ້ງ​ໜ້າ​ທາບ​ທາມ​ຄວາມ​ເຫັນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ ເພື່ອ​ຮັກ​ສາ​ຫຼັ​ກ​ໝັ້ນ​ລວມ​ຂອງ ອາ​ຊຽນ ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ຢູ່​ພາກ​ພື້ນ ແລະ ສາ​ກົນ. 2 ຝ່າຍກໍ່​ແລກ​ປ່ຽນ​ກ່ຽວ​ກັບ​ສະ​ພາບ​ການ​ໂລກ, ພາກ​ພື້ນ ແລະ ບັນ​ຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

(ແຫຼ່ງຄັດຈາກ VOV)

ມີ​ຜູ້​ແທນ​ນັບ​ໝື່ນ​ຄົນ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ St. Petersburg ຢູ່ ລັດ​ເຊຍ

ມີ​ຜູ້​ແທນ​ນັບ​ໝື່ນ​ຄົນ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ St. Petersburg ຢູ່ ລັດ​ເຊຍ

ວັນ​ທີ 02 ມິ​ຖຸ​ນາ, ທ່ານ Yury Ushakov ຜູ້​ຊ່ວຍ​ວຽກ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ຮັບ​ຜິດ​ຊອບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ແຈ້ງ​ໃຫ້​ຊາບ​ວ່າ ມີ​ຜູ້​ແທນ​ປະ​ມານ 20.000 ທ່ານ ທີ່​ມາ​ຈາກກວ່າ 100 ປະ​ເທດ ຈະ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ St. Petersburg 2026 (SPIEF 2026) ທີ່​ດຳ​ເນີນ​ແຕ່​ວັນ​ທີ 03 ຫາ​ວັນ​ທີ 06 ມິ​ຖຸ​ນາ.

Top