• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດຖະກິດ ຫວຽດນາມ ເພີ່ມຄວາມໄວໃນທ່າມກາງຄວາມບໍ່ຄົງທີ່ທົ່ວໂລກ

ເສດຖະກິດ ຫວຽດນາມ ສືບຕໍ່ສ້າງຄວາມປະທັບໃຈຕໍ່ວົງການນັກສັງເກດການສາກົນ ເມື່ອບັນລຸລະດັບເຕີບໂຕ 8,02% ໃນປີ 2025, ສູງທີ່ສຸດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.
  (ພາບ​ປະ​ກອບ: TTXVN)  

ໃນ​ບົດ​ລາຍ​ງານ​ທີ່​ປະ​ກາດ​ໃນ​ວັນ​ທີ 02 ມິ​ຖຸ​ນາ, ອົງ​ການ​ເສດ​ຖະ​ກິດ​ຂຶ້ນ​ກັບ​ກະ​ຊວງເສດຖະກິດ ແລະ ​ການ​ເງິນ ຝ​ລັ່ງ ຕີ​ລາ​ຄາ​ວ່າ ຫວຽດ​ນາມ ໄດ້​ຢືນ​ຢັນ​ຄວາມ​ທົນ​ທານ ແລະ ຮັກ​ສາ​ທ່າ​ເຕີບ​ໂຕ​ຢ່າງ​ແຮງ ໃນ​ສະ​ພາບ​ການ​ຄ້​າ​ທົ່ວ​ໂລກຊ​ຸ​ດ​ຊົມ, ການ​ປະ​ທະ​ກັນ​ດ້ານ​ພູມ​ຊາດ​ການ​ເມືອງທີ່​ແກ່​ຍາວ ແລະ ບັນ​ດາ​ລະ​ບົບ​ສະ​ໜອງ​ສືບ​ຕໍ່​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ.

ຕາມ​ການ​ຕີ​ລາ​ຄາ​ຂອງ​ອົງ​ການ​ເສ​ດ​ຖະ​ກິດ ຝ​ລັ່ງ ແລ້ວ, ປະ​ຈຸ​ບັນ ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ຂະ​ຫຍັນ​ຂັນ​ເຄື່ອ​ນ​ທີ່​ສຸດ​ຢູ່ ອາ​ຊີ, ສືບ​ຕໍ່​ດຶງ​ດູດ​ແຫຼ່ງ​ເງິນ​ລົງ​ທຶນ​ຕ່າງ​ປະ​ເທດ​ຢ່າງ​ແຮງ ຍ້ອນ​ສະ​ພາບ​ແວດ​ລ້ອມ​ດ້ານ​ການ​ເມືອງ​ມີ​ສະ​ຖຽນ​ລະ​ພາບ, ທີ່​ຕັ້ງ​ຍຸດ​ທະ​ສາດ​ໃນ​ລະ​ບົບ​ສະ​ໜອງ​ທົ່ວ​ໂລກ ແລະ ຄວາມ​ສາ​ມາດ​ຮັບ​ມື​ຢ່າງວ່ອງ​ໄວ​ຕໍ່​ກັບບັນ​ດາ​ການ​ຜັນ​ແປ​ຂອງ​ເສດ​ຖະ​ກິດ​ໂລກ.

​ອົງ​​ການນີ້ກໍ່​ສົນ​ໃຈ​ເປັນ​ພິ​ເສດ​ເຖິງ​ຍຸດ​ທະ​ສາດ​ພັດ​ທະ​ນາ​ໃໝ່​ຂອງ ຫວຽດ​ນາມ. ປີ 2025, ກົມ​ການ​ເມືອງ​ໄດ້​ປະ​ກາດ​ໃຊ້​ມະ​ຕິ​ໃຫຍ່ 4 ສະ​ບັບ ກຳ​ນົດ​ທິດ​ພັດ​ທະ​ນາ​ເສດ​ຖະ​ກິດ ດ້ວຍ​ເປົ້າ​ໝາຍ​ນຳ ຫວຽດ​ນາມ ໃຫ້​ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ, ມີ​ລາຍ​ຮັບ​ສູງ​ໃນ​ປີ 2045. ເພື່ອ​ຫັນ​ເປົ້າ​ໝາຍ​ດັ່ງ​ກ່າວ​ໃຫ້​ປະ​ກົນ​ຜົນ​ເປັນ​ຈິງ, ຫວຽດ​ນາມ ໄດ້​ຕັ້ງ​ຄວາມ​ຫວັງ​ຮັກ​ສາ​ທ່າ​ລະ​ດັບ​ເຕີບ​ໂຕ​ແຕ່​ລະ​ປີ​ແມ່ນ 10% ຂຶ້ນ​ໄປ​ໃນ​ໄລ​ຍະ​ຍາວ ແລະ ຜັນ​ຂະ​ຫຍາຍ​ໂຄງ​ການ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ທີ່ມີ​ຂອບ​ຂະໜາດ​ໃຫຍ່ ດ້ວຍຍອດ​ທຶນ​ຄາດ​ວ່າ​ປະ​ມານ 570 ຕື້ USD.

(ແຫຼ່ງຄັດຈາກ VOV)

ມີ​ຜູ້​ແທນ​ນັບ​ໝື່ນ​ຄົນ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ St. Petersburg ຢູ່ ລັດ​ເຊຍ

ມີ​ຜູ້​ແທນ​ນັບ​ໝື່ນ​ຄົນ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ St. Petersburg ຢູ່ ລັດ​ເຊຍ

ວັນ​ທີ 02 ມິ​ຖຸ​ນາ, ທ່ານ Yury Ushakov ຜູ້​ຊ່ວຍ​ວຽກ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ຮັບ​ຜິດ​ຊອບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ແຈ້ງ​ໃຫ້​ຊາບ​ວ່າ ມີ​ຜູ້​ແທນ​ປະ​ມານ 20.000 ທ່ານ ທີ່​ມາ​ຈາກກວ່າ 100 ປະ​ເທດ ຈະ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ St. Petersburg 2026 (SPIEF 2026) ທີ່​ດຳ​ເນີນ​ແຕ່​ວັນ​ທີ 03 ຫາ​ວັນ​ທີ 06 ມິ​ຖຸ​ນາ.

Top