ວັນທີ 02 ມິຖຸນາ, ທ່ານປະທານາທິບໍດີ ລີບັງ Joseph Aoun ຖະແຫຼງວ່າ ການເຈລະຈາ ແມ່ນເສັ້ນທາງໜຶ່ງດຽວເພື່ອຢຸດຕິການປະທະກັນກັບ ອິດສະຣາແອັນ, ພ້ອມທັງຢັ້ງຢືນວ່າ ກອງທັບ ລີບັງ ແລະ ບັນດາອົງການຄວາມໝັ້ນຄົງແມ່ນເສົາຄ້ຳໃນຄວາມມານະພະຍາຍາມສະກັດກັ້ນຄວາມຂາດສະຖຽນລະພາບ.
ຜູ້ຕາງໜ້າ ອາເມລິກາ, ລີບັງ ແລະ ອິດສະຣາແອັນ ພົບປະກັນໃນກອງປະຊຸມລັດຖະມົນຕີການຕ່າງປະເທດ ຢູ່ ວໍຊິງຕັນ ໃນວັນ 02/06/2026 (ພາບ: REUTERS/Elizabeth Frantz)
ຮອບເຈລະຈາຄັ້ງທີ 4 ໂດຍ ອາເມລິກາ ເປັນກາງໄກ່ເກ່ຍ ລະຫວ່າງ ລີບັງ ແລະ ອິດສະຣາແອັນ ໄດ້ດຳເນີນໃນວັນທີ 02 ມິຖຸນາ ຢູ່ ວໍຊິງຕັນ. ບັນດາຮອບເຈລະຈາລະຫວ່າງສອງປະເທດນັ້ນ ໄດ້ຮັບການລິເລີ່ມເມື່ອເດືອນ ເມສາ 2026 ພາຍຫຼັງການປະທະກັນລະຫວ່າງ ອິດສະຣາແອັນ - ເຮັກໂບລາ ເກີດຂຶ້ນ, ໂດຍສຸມໃສ່ການຮັກສາຄຳສັ່ງຢຸດຍິງ, ສ້າງຕັ້ງບັນດາກົນໄກເພື່ອປະຕິບັດຂໍ້ຕົກລົງຢຸດຍິງໃນຍາວນານ, ແກ້ໄຂການຖອນກຳລັງຂອງ ອິດສະຣາແອັນ ອອກຈາກພາກໃຕ້ ລີບັງ ແລະ ເພີ່ມທະວີການຄວບຄຸມຂອງລັດ ລີບັງ ສຳລັບບັນດາເຂດຊາຍແດນ.
ເຮັກໂບລາ ສືບຕໍ່ປະຕິເສດບັນດາການເຈລະຈາແບບເຊິ່ງໜ້າລະຫວ່າງ ລີບັງ ກັບ ອິດສະຣາແອັນ ພາຍໃຕ້ການເປັນກາງໄກ່ເກ່ຍຂອງ ອາເມລິກາ. ທ່ານ Hussein Hajj Hassan ສະມາຊິກລັດຖະສະພາ ເຮັກໂບລາ ຖືວ່າ ບັນດາມາດຕະການປ່ຽນແທນທີ່ເໝາະສົມ ແມ່ນຟື້ນຟູຄວາມສາມັກຄີຊົນຊາດ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງບັນດາຝ່າຍ ລີບັງ.
(ແຫຼ່ງຄັດຈາກ VOV)