ຂ່າວສານ
ປະທານາທິບໍດີ ສ.ເກົາຫຼີ Lee Jae Myung ແລະ ພັນລະຍາ ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ
ອອກຕ້ອນຮັບຄະນະຢູ່ສະໜາມບິນສາກົນ ໂນ້ຍບ່າຍ ມີ ທ່ານ ເລແຄັງຫາຍ ຫົວໜ້າຫ້ອງວ່າການປະທານປະເທດ ຫວຽດນາມ; ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດ ຫວຽດນາມ; ທ່ານ ຫວູດ້າຍຖັງ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ; ທ່ານ ຫວູໂຮ່ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເກົາຫຼີ.
ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Lee Jae Myung ໄດ້ຮັບຄວາມຫວັງວ່າ ບໍ່ພຽງແຕ່ຈະແມ່ນການເຊື່ອມຕໍ່ທ່ວງທ່າການຮ່ວມມືດ້ວຍໝາກຜົນອັນດີງາມຫຼາຍຢ່າງເທົ່ານັ້ນ, ຫາກຍັງສ້າງກຳລັງຜັກດັນນຳການພົວພັນ ຫວຽດນາມ - ສ.ເກົາຫຼີ ໃຫ້ກາຍເປັນແບບຢ່າງການຮ່ວມມືທີ່ແທດຈິງຮອບດ້ານກວ່າ, ນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດສະໜິດຕິດພັນກວ່າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.








