• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ວາງ​ພວງ​ມາ​ລາ ອາ​ໄລ​ຫາ ປະ​ທານ ​ໄກ​ສອນ ພົມ​ວິ​ຫານ

ຕອນເຊົ້າວັນທີ 25 ເມສາ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ລາວ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ໄປວາງພວງມາລາ ອາໄລຫາປະທານ ໄກສອນ ພົມວິຫານ ຢູ່ນະຄອນຫຼວງ ວຽງຈັນ.
ປະທານປະເທດ ເລືອງເກື່ອງ ວາງພວງມາລາ ອາໄລຫາ ປະທານໄກສອນ ພົມວິຫານ (ພາບ: Lâm Khánh/TTXVN)
ນະທີ່ນີ້, ທ່ານປະທານປະເທດ ເລືອງເກື່ອງ ໄດ້ສະແດງຄວາມເຄົາລົບນັບຖື, ຄວາມຈົດຈຳຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຕໍ່ການນຳທີ່ໄດ້ມີຄຸນງາມຄວາມດີອັນຍິ່ງໃຫຍ່ ໃນການຕັ້ງພື້ນຖານການສ້າງ, ປົກປັກຮັກສາ ແລະ ພັດທະນາສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ, ກາຍເປັນຊັບສິນອັນລ້ຳຄ່າຂອງທັງສອງຊາດ. ຫຼັງຈາກນັ້ນ, ທ່ານປະທານປະເທດ ເລືອງເກື່ອງ ກໍ່ໄດ້ໄປຢ້ຽມຢາມຫໍພິພິທະພັນປະທານ ໄກສອນ ພົມວິຫານ. ແລະໃນຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ເລື່ອງເກືອງ ກໍ່ໄດ້ໄປວາງພວມມາລາຢູ່ ອະນຸສາວາລີ ບັນດານັກຮົບມນິລະນາມ ຢູ່ນະຄອນຫຼວງ ວຽງຈັນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

ໃນພາລະກິດແຫ່ງການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນທົ່ວສັງຄົມ, ພະນັກງານ, ນັກຮົບຕຳຫຼວດ ມີຄວາມກ້າຫານຕໍ່ສູ້, ກຽມພ້ອມເສຍສະຫຼະເພື່ອຄວາມສະຫງົບ, ຄວາມຜາສຸກຂອງປະຊາຊົນ.

Top