• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ​ ຫງວຽນ​ຊວັນ​ຝຸກ ເຂົ້າຮ່ວມກອງ​ປະ​ຊຸມ​ຜັນ​ຂະ​ຫາຍ​ໜ້າ​ທີ່​ຂະ​ແໜງ​ໄອ​ຍະ​ການ

ຕອນບ່າຍວັນທີ 31 ທັນວາ, ຢູ່ຮ່າໂນ້ຍ, ສະຖານບັນໄອຍະການສູງສຸດ ໄດ້ຈັດກອງປະຊຸມຜັນຂະຫຍາຍໜ້າທີ່ປີ 2022.
ປະທານປະເທດຫງວຽນຊວັນຝຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດຫງວຽນຊວັນຝຸກ ໄດ້ຍ້ອງຍໍຊົມເຊີຍບັນດາໝາກຜົນ, ຜົນງານຊື່ງຂະແໜງໄອຍະການບັນລຸໄດ້ໃນໄລຍະຜ່ານມາ. ທ່ານສະເໜີໃຫ້ ຂະແໜງໄອຍະການ ຄວນສືບຕໍ່ຍົກສູງຄວາມຮັບຜິດຊອບຂອງຜູ້ນຳໃນການຊີ້ນຳນຳພາ ແລະ ປະຕິບັດໜ້າທີ່:

    “ຂ້າພະເຈົ້າຂໍຍົກອອກຄຳສັ່ງສອນຂອງລຸງໂຮ່ ທີ່ວ່າ: ພະນັກງານໄອຍະການຕ້ອງມີຄຸນທາດທ່ຽງທຳ ສ່ອງໃສ, ຈຶ່ງຈະປົກປ້ອງຄວາມຍຸດຕິທຳ, ປົກປ້ອງສິດທະມະນຸດ, ຄວາມເປັນທຳໄດ້; ຕ້ອງພາວະວິໄສ, ລະມັດລະວັງ, ຈຶ່ງບໍ່ລົງໂທດຜິດຄົນ, ບໍ່ໃຫ້ຜູ້ກະທຳຜິດລອດໜີໄປໄດ້ ຕ້ອງສະຫງຽມຈຽມຕົວຈຶ່ງເກ້ຍກ່ອມໄດ້  ແລະ ໄດ້ຮັບການສະໜັບສະໜູນ, ຊ່ວຍເຫຼືອຈາກທຸກຄົນ ແລະ ປະຊາຊົນ. ຂ້າພະເຈົ້າສະເໜີໃຫ້ຂະແໜງໄອຍະການ ຕ້ອງຖືນີ້ແມ່ນຈັນຍາບັນອາຊີບ, ແມ່ນວິທີເຮັດວຽກຂອງພະນັກງານ, ນັກໄອຍະການແຕ່ລະຄົນ. ຈາກນັ້ນ, ສູ້ຊົນປະຕິບັດວຽກງານກໍ່ສ້າງພັກໃນຂະແໜງໄອຍະການໃຫ້ເປັນຢ່າງດີ, ຕິດພັນການກໍ່ສ້າງພັກໃສ່ກັບການກໍ່ສ້າງຂະແໜງ ແລະ ໄອຍະການທຸກຂັ້ນ”.

ເນື່ອງໃນໂອກາດນີ້, ໂດຍຕາງໜ້າໃຫ້ການນຳພັກ, ລັດ, ປະທານປະເທດ ຫງວຽນຊວັນຟຸກ ໄດ້ມອບຫຼຽນໄຊວິລະກຳ ຊັ້ນ 2 ໃຫ້ອົງການໄອຍະການທະຫານສູນກາງຂອງກະຊວງປ້ອງກັນປະເທດ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top