• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມວາລະໄຂກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດ

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ມີບົດກ່າວປາໄສທີ່ກອງປະຊຸມສຳຄັນນີ້ກ່ຽວກັບຫົວເລື່ອງ “ບັນດາຜົນປະໂຫຍດທາງດ້ານເສດຖະກິດຂອງການກະທຳກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ” ໃນຕອນຄ່ຳວັນທີ 23 ເມສາ.
 

ໂດຍໄດ້ຮັບຄຳເຊື້ອເຊີນຈາກທ່ານປະທານາທິບໍດີອາເມລິກາ Joe Biden, ຕອນຄ່ຳວັນທີ 22 ເມສາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມວາລະໄຂກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດ. ກອງປະຊຸມໄດ້ຈັດທາງອອນລາຍໃນລະຫວ່າງວັນທີ 22 – 23 ເມສາ, ດ້ວຍຈຸດປະສົງຕົ້ນຕໍແມ່ນຊຸກຍູ້ປະຊາຄົມສາກົນຍົກອອກບັນດາຄຳໝັ້ນສັນຍາທົ່ວໂລກຢ່າງແຮງກວ່າກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ເພື່ອສາມາດບັນລຸໄດ້ເປົ້າໝາຍຮັກສາອຸນຫະພູມຂອງໜ່ວຍໂລກບໍ່ເພີ່ມຂຶ້ນເກີນ 1,5°C ເມື່ອທຽບໃສ່ກ່ອນໄລຍະຫັນເປັນອຸດສາຫະກຳ, ເໝາະສົມກັບຈິດໃຈຂອງຂໍ້ຕົກລົງ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.

        ເຂົ້າຮ່ວມວາລະໄຂກອງປະຊຸມ, ມີປະມຸກລັດ, ນາຍົກລັດຖະມົນຕີຂອງ 40 ປະເທດ, ພ້ອມກັບທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ແລະ ການນຳຂອງຫຼາຍອົງການຈັດຕັ້ງສາກົນ ແລະ ພາກພື້ນອື່ນໆ. ໃນຂອບເຂດຂອງກອງປະຊຸມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ມີບົດກ່າວປາໄສທີ່ກອງປະຊຸມສຳຄັນນີ້ກ່ຽວກັບຫົວເລື່ອງ “ບັນດາຜົນປະໂຫຍດທາງດ້ານເສດຖະກິດຂອງການກະທຳກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ” ໃນຕອນຄ່ຳວັນທີ 23 ເມສາ.

 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top