• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ວິ​ສາ​ຫະ​ກິດ​​ຢູ່​ເຂດ Hokuriku (ຍີ່​ປຸ່ນ) ຕີ​ລາ​ຄາ​ສູງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຢູ່ ຫວຽດ​ນາມ

ທ່ານ ຫງວຽນຮົ່ງຮ່າ ໃຫ້ຮູ້ວ່າ ລັດຖະບານ ຫວຽດນາມ ພວມຍູ້ແຮງການຜັນຂະຫຍາຍນະໂຍບາຍດຳລົງຊີວິດຢູ່ຮ່ວມກັບໂຄວິດ - 19, ປະຕິບັດເປົ້າໝາຍຄວບຄູ່ (ທັງປ້ອງກັນຕ້ານໂລກລະບາດໂຄວິດ - 19, ທັງຮັກສາການພັດທະນາເສດຖະກິດ - ສັງຄົມໃຫ້ເປັນປົກກະຕິ”.
ທ່ານ ຫງວຽນຮົ່ງຮ່າ ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Osaka (ພາບ: TTXVN)

ບັນດາວິສາຫະກິດຢູ່ເຂດ Hokuriku ຂອງຍີ່ປຸ່ນ ໄດ້ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນ ຢູ່ຫວຽດນາມ ແລະ ມີຄວາມຫວັງຕໍ່ການຮ່ວມມືລະຫວ່າງເຂດນີ້ ກັບ ຫວຽດນາມໃນອະນາຄົດ. ນັ້ນແມ່ນຄຳຢັ້ງຢືນຂອງທ່ານ Mitsuru Mitani, ປະທານສະມາຄົມວິສາຫະກິດ ສົ່ງເສີມການລົງທຶນລະຫວ່າງເຂດHokuriku ແລະ ຫວຽດນາມ ຢູ່ກອງປະຊຸມສະຫຼຸບວຽກງານ ປີ 2021 ຂອງ ສະມາຄົມ.

ກ່າວຄຳເຫັນຕໍ່ໜ້າການນຳວິສາຫະກິດສະມາຊິກ ເກືອບ 30 ທ່ານ, ພ້ອມກັບຜູ້ຕາງໜ້າຂອງ ສະຫະພັນເສດຖະກິດ Hokuriku ແລະ ອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ເຂດ Hokuriku, ທ່ານ Mitani ໃຫ້ຮູ້ວ່າ ທ່ານມີຄວາມຫວັງຢາກຈັດຕັ້ງການຢ້ຽມຢາມຫວຽດນາມ ໃຫ້ບັນດາວິສາຫະກິດ ຢູ່ເຂດ Hokuriku ເພື່ອແນໃສ່ຊອກຫາກາລະໂອກາດດຳເນີນທຸລະກິດ, ພ້ອມທັງກຽມຄວາມພ້ອມຕ້ອນຮັບບັນດາວິສາຫະກິດ ຫວຽດນາມ ມາຢ້ຽມຢາມ ຍີ່ປຸ່ນ ເພື່ອຊອກຫາຄູ່ຮ່ວມມື ແລະ ເລີ່ມດຳເນີນທຸລະກິດ ຢູ່ຍີ່ປຸ່ນ.

ສ່ວນທ່ານ ຫງວຽນຮົ່ງຮ່າ ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Osaka ໄດ້ຕີລາຄາສູງຄວາມມານະພະຍາຍາມ ຂອງ ສະມາຄົມວິສາຫະກິດ ສົ່ງເສີມການລົງທຶນ ລະຫວ່າງເຂດ Hokuriku ແລະ ຫວຽດນາມ ໃນການຮັກສາ ແລະ ຊຸກຍູ້ການພົວພັນລະຫວ່າງເຂດ Hokuriku ແລະ ຫວຽດນາມ. ທ່ານ ຫງວຽນຮົ່ງຮ່າ ໃຫ້ຮູ້ວ່າ ລັດຖະບານ ຫວຽດນາມ ພວມຍູ້ແຮງການຜັນຂະຫຍາຍນະໂຍບາຍດຳລົງຊີວິດຢູ່ຮ່ວມກັບໂຄວິດ - 19, ປະຕິບັດເປົ້າໝາຍຄວບຄູ່ (ທັງປ້ອງກັນຕ້ານໂລກລະບາດໂຄວິດ - 19, ທັງຮັກສາການພັດທະນາເສດຖະກິດ - ສັງຄົມໃຫ້ເປັນປົກກະຕິ”. ໃນໄລຍະທີ່ຜ່ານມາ, ມີສັນຍານທີ່ຕັ້ງໜ້າຫຼາຍຢ່າງ ສະແດງໃຫ້ເຫັນວ່າ ຫວຽດນາມ ຍັງແມ່ນຈຸດນັດພົບທີ່ມີຄວາມດູດດື່ມ, ປອດໄພ ແລະ ນັບມື້ນັບໄດ້ຄວາມເອົາໃຈໃສ່ຈາກນັກລົງທຶນຕ່າງປະເທດ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະພິເສດ ຄຳສັ່ງຂອງເພີ່ນ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະພິເສດ “ຄຳສັ່ງຂອງເພີ່ນ”

ລາຍການໄດ້ເພື່ອຫວນຄືນປະຫວັດສາດ, ພ້ອມທັງຢືນຢັນຄຸນຄ່າແກ່ນສານ ແລະ ບັນດາການປະກອບສ່ວນສຳຄັນຂອງຄຳພິໄນກຳປະທານ ໂຮ່ຈີມິນ ໃນໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ ໃນກວ່າເຄິ່ງສະຕະວັດຜ່ານມາ.

Top