• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາອົງການການເງິນທົ່ວໂລກຕີລາຄາແງ່ຫວັງການເຕີບໂຕຂອງຫວຽດນາມຢ່າງຕັ້ງໜ້າ

      ໃນບົດລາຍງານແງ່ຫວັງເສດຖະກິດທົ່ວໂລກທີ່ຫາກໍ່ປະກາດຫວ່າງແລ້ວນີ້, ທະນາຄານໂລກ (World Bank) ຄາດຄະເນວ່າ ການເຕີບໂຕດ້ານເສດຖະກິດຂອງຫວຽດນາມ ບັນລຸໄດ້ລະດັບ 6,8% ໃນປີ 2018, ສູງກວ່າເມື່ອທຽບໃສ່ລະດັບຄາດຄະເນແມ່ນ 6,5% ທີ່ໄດ້ຍົກອອກມາໃນໄລຍະຕົ້ນປີ.
      ຫວຽດນາມ ໄດ້ຮັບການຄາດຄະເນວ່າ ແມ່ນພື້ນຖານເສດຖະກິດເຕີບໂຕໄວທີ 2 ຢູ່ພາກພື້ນອາຊີ ປາຊີຟິກ ໃນປີ 2018, ຖັດຈາກກຳປູເຈຍ (6,9%). ການຄາດຄະເນຖືກຍົກອອກມາໃນສະພາບທີ່ການເຕີບໂຕໃນໄຕມາດທີ 1 ປີ 2018 ຂອງຫວຽດນາມ ບັນລຸລະດັບ 7,38%, ສູງທີ່ສຸດໃນຮອບເວລາ 10 ປີຜ່ານມາ. ພື້ນຖານເສດຖະກິດຫວຽດນາມ ໃນປີ 2017 ກໍ່ບັນລຸລະດັບເຕີບໂຕສະຖິຕິໃນຮອບເວລາເກືອນ 1 ທົດສະວັດຜ່ານມາ.
      ໃນຂະນະນັ້ນ, ບໍລິສັດຈັດອັນດັບ Fitch ໃຫ້ຂໍ້ສັງເກດວ່າ ຫວຽດນາມ ອາດຈະບັນລຸລະດັບເຕີບໂຕ 6,7% ໃນປີ 2018, ຍ້ອນແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດຢ່າງແຮງ, ຂະແໜງຜະລິດສືບຕໍ່ເປີດກວ້າງ ແລະ ເພີ່ມການໃຊ້ສອຍສ່ວນຕົວຢ່າງແຮງ.
      ທະນາຄານພັດທະນາອາຊີ (ADB) ມີຄວາມປະເອີບໃຈກວ່າ, ເມື່ອຍົກອອກການຄາດຄະເນການເຕີບໂຕດ້ານເສດຖະກິດຂອງຫວຽດນາມ ຈະລື່ນກາຍລະດັບ 7% ໃນປີ 2018.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ການ​ນຳ​ກຸ່ມ​ບໍ​ລິ​ສັດ ທຽນ​ຂຸງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ການ​ນຳ​ກຸ່ມ​ບໍ​ລິ​ສັດ ທຽນ​ຂຸງ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະແດງຄວາມຊົມເຊີຍກຸ່ມບໍລິສັດ ທຽນຂຸງ ທີ່ໃນຊຸມປີຜ່ານມາໄດ້ເປີດກວ້າງການລົງທຶນຢູ່ແຂວງ ກວາງນິງ ແລະ ດົ່ງນາຍຂອງ ຫວຽດນາມ.

Top