• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດຫວຽດນາມ ຄົບຮອບ 95 ປີ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດຫວຽດນາມ ຄົບຮອບ 95 ປີ (21/06/1925 – 21/06/2020), ຕອນເຊົ້າວັນທີ 19 ມິຖຸນາ ຢູ່ຮ່າໂນ້ຍ, ສະມາຄົມນັກຂ່າວ ຫວຽດນາມ ໄດ້ເປີດສະຫຼອງຫໍພິພິທະພັນສື່ມວນຊົນ ຫວຽດນາມ.

ພິທີເປີດສະຫຼອງຫໍພິພິທະພັນສື່ມວນຊົນ ຫວຽດນາມ (ພາບ: VGP)

ທີ່ພິທີ ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິ້ງອັກທິ້ງ ຖືວ່າ: ຂົງເຂດວາງສະແດງຂອງຫໍພິພິທະພັນແມ່ນເພື່ອແນໃສ່ວາດພາບຄືນກ່ຽວກັບປະຫວັດສາດສື່ມວນຊົນ ຕິດພັນກັບປະຫວັດສາດການກໍ່ຕັ້ງປະເທດຊາດຫວຽດນາມ, ພ້ອມທັງເປັນການເຊີດຊູບັນດາການປະກອບສ່ວນຂອງຜູ້ທີ່ເຮັດວຽກງານການສື່ສານຫວຽດນາມ ລຸ້ນຕ່າງໆ, ເກັບຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກດ້ານສື່ມວນຊົນ. ທ່ານນາງກ່າວວ່າ:

        “ຂ້າພະເຈົ້າມີຄວາມເຊື່ອໝັ້ນ ແລະ ຫວັງວ່າ ດ້ວຍບັນດາການສະສົມ, ເກັບຮັກສາຢູ່ທີ່ນີ້ ຫໍພິພິທະພັນ ຈະແມ່ນບ່ອນວາງສະແດງທີ່ອຸດົມສົມບູນ ແລະ ມີຊີວິດຊີວາ, ເປັນສູນສຶກສາມູນເຊື້ອດ້ານສື່ມວນຊົນກ່ຽວກັບນ້ຳໃຈຮັກຊາດ, ຮັກການປະຕິວັດ. ຫໍພິພິທະພັນຈະເຄື່ອນໄຫວຢ່າງມີປະສິດທິຜົນ, ຍົກສູງຄຸນນະພາບໃນທຸກດ້ານຢ່າງບໍ່ຢຸດຢັ້ງ, ມານະພະຍາຍາມ, ມີຫົວຄິດປະດິດສ້າງ, ເປັນເຈົ້າການກຳແໜ້ນກັບຊີວິດດ້ານສື່ມວນຊົນທັງຢູ່ພາຍໃນ ແລະ ນອກປະເທດ.

       ແລະກໍ່ໃນຕອນເຊົ້າວັນທີ 19 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ ກໍ່ໄດ້ດຳເນີນລາຍການພົບປະແລກປ່ຽນສີລະປະລະຫວ່າງບັນດາສຳນັກຂ່າວສານຂັ້ນສູນກາງ ແລະ ບັນດາກົມກອງແຮກຊ່ຽວດ້ວຍຫົວຂໍ້ວ່າ “ສຽງເພງກ່ຽວກັບບ້ານເກີດເມືອງນອນ, ປະເທດຊາດ” ຄັ້ງທີ 7 ປີ 2020.

        ກ່ອນໜ້ານັ້ນ, ບັນດາຄະນະຜູ້ແທນ, ກະຊວງ, ຄະນະ, ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ກໍ່ໄດ້ໄປອວຍພອນການນຳ, ພະນັກງານ, ນັກຂ່າວ, ນັກບັນນາທິການ, ເຕັກນິກຂອງວິທະຍຸກະຈາຍສຽງ ຫວຽດນາມ (VOV) ເນື່ອງໃນໂອກາດວັນສື່ມວນຊົນປະຕິວັດ ຫວຽດນາມ./.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top