ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ (05/9/1962 – 05/9/2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18/7/1977 – 18/7/2022), ຫວ່າງແລ້ວນີ້, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ມີບົດຂຽນກ່ຽວກັບສາຍພົວພັນສອງຝ່າຍ ຫວຽດນາມ - ລາວ ລົງໃນວາລະສານ ກອມມູນິດ.
ບົດຂຽນໄດ້ຢັ້ງຢືນວ່າ, ຫວຽດນາມ ແລະ ລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງມີຄວາມສະໜິດສະໜົມ, ມີພູຜາປ່າໄມ້, ແມ່ນ້ຳລຳເຊຕິດຕໍ່ກັນ, ມີວັດທະນະທຳຄ້າຍຄືກັນ, ມີຄວາມເມດຕາກະລຸນາ, ມີສາຍພົວພັນໄມຕີຈິດມິດຕະພາບຜູກພັນກັນຕະຫຼອດໄລຍະປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງສອງຊາດ. ການພົວພັນສາມັກຄີ, ສະໜິດຕິດພັນລະຫວ່າງສອງປະເທດ, ສອງຊາດ ຫວຽດນາມ - ລາວ ໂດຍການນຳສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດໄດ້ເພີ່ມພູນຄູນສ້າງ, ຮັກສາ ແລະ ຜ່ານການທົດສອບນາໆປະການ, ໄດ້ຮັບການພັດທະນາຮອບດ້ານ ແລະ ເລິກເຊິ່ງ, ກ້ວາງຂວາງຢ່າງບໍ່ຢຸດຢັ້ງ, ກາຍເປັນຊັບສົມບັດອັນລ້ຳຄ່າຂອງສອງຊາດ, ແມ່ນກົດເກັນເປັນຕາຍ ແລະ ແມ່ນປັດໄຈຮັບປະກັນໄຊຊະນະຂອງພາລະກິດການປະຕິວັດຂອງສອງປະເທດ.