ຂ່າວສານ

ນ້ຳໃຈມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ ແມ່ນຊັບສົມບັດອັນລ້ຳຄ່າຂອງສອງຊາດ

ຫວ່າງແລ້ວນີ້, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ມີບົດຂຽນກ່ຽວກັບສາຍພົວພັນສອງຝ່າຍ ຫວຽດນາມ - ລາວ ລົງໃນວາລະສານ ກອມມູນິດ.
  ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ (ພາບ: nhandan.com.vn)  

 ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ (05/9/1962 – 05/9/2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18/7/1977 – 18/7/2022), ຫວ່າງແລ້ວນີ້, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ມີບົດຂຽນກ່ຽວກັບສາຍພົວພັນສອງຝ່າຍ ຫວຽດນາມ - ລາວ ລົງໃນວາລະສານ ກອມມູນິດ.

ບົດຂຽນໄດ້ຢັ້ງຢືນວ່າ, ຫວຽດນາມ ແລະ ລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງມີຄວາມສະໜິດສະໜົມ, ມີພູຜາປ່າໄມ້, ແມ່ນ້ຳລຳເຊຕິດຕໍ່ກັນ, ມີວັດທະນະທຳຄ້າຍຄືກັນ, ມີຄວາມເມດຕາກະລຸນາ, ມີສາຍພົວພັນໄມຕີຈິດມິດຕະພາບຜູກພັນກັນຕະຫຼອດໄລຍະປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງສອງຊາດ. ການພົວພັນສາມັກຄີ, ສະໜິດຕິດພັນລະຫວ່າງສອງປະເທດ, ສອງຊາດ ຫວຽດນາມ - ລາວ ໂດຍການນຳສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດໄດ້ເພີ່ມພູນຄູນສ້າງ, ຮັກສາ ແລະ ຜ່ານການທົດສອບນາໆປະການ, ໄດ້ຮັບການພັດທະນາຮອບດ້ານ ແລະ ເລິກເຊິ່ງ, ກ້ວາງຂວາງຢ່າງບໍ່ຢຸດຢັ້ງ, ກາຍເປັນຊັບສົມບັດອັນລ້ຳຄ່າຂອງສອງຊາດ, ແມ່ນກົດເກັນເປັນຕາຍ ແລະ ແມ່ນປັດໄຈຮັບປະກັນໄຊຊະນະຂອງພາລະກິດການປະຕິວັດຂອງສອງປະເທດ.

ໃນໄລຍະພັດທະນາໃໝ່ຂອງສອງປະເທດ, ນ້ຳໃຈມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ຍິ່ງກາຍເປັນສຳຄັນສຳລັບສອງປະເທດເທດກ່ວາເວລາໃດໝົດ. ເຖິງວ່າໄດ້ປະສົບກັບຄວາມຫຍຸ້ງຍາກ, ລຳບາກແນວໃດ, ສອງປະເທດ ຫວຽດນາມ ແລະ ລາວ ກໍ່ຕັດສິນໃຈເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອ “ປົກປັກຮັກສາສາຍພົວພັນ ຫວຽດນາມ - ລາວ ຄືດັ່ງຮັກສາແກ່ນຕາຂອງຕົນ”, ເພື່ອໃຫ້ການພົວພັນທີ່ສັກກະລະບູຊາ ຫວຽດນາມ - ລາວ ໝັ້ນຄົງທະໜົງແກ່ນໄປຊົ່ວກາລະນານ, ເພື່ອການພັດທະນາວັດທະນາຖາວອນ, ປະກອບສ່ວນຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ.

top