• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳສົ່ງພົນລະເມືອງ ຫວຽດນາມ ກ່ວາ 300 ຄົນຈາກເອີຣົບ, ອາຟຣິກາ ກັບເມືອປະເທດຢ່າງປອດໄພ

      ໃນລະຫວ່າງວັນທີ 23 – 24 ພຶດສະພາ 2020, ບັນດາອົງການເຈົ້າໜ້າທີ່ ຫວຽດນາມ, ບັນດາອົງການຕ່າງໜ້າ ຫວຽດນາມ ປະຈຳ ເອີຣົບ, ອາຟຣິກາ ແລະ ບໍລິສັດການບິນແຫ່ງຊາດ ຫວຽດນາມ ໄດ້ສືບຕໍ່ສົມທົບກັບບັນດາອົງການເຈົ້າໜ້າທີ່ຂອງປະເທດປະຈຳຖິ່ນ ປະຕິບັດຖ້ຽວບິນນຳສົ່ງພົນລະເມືອງ ຫວຽດນາມ ກັບເມືອປະເທດຢ່າງປອດໄພ.

ນຳສົ່ງພົນລະເມືອງ ຫວຽດນາມ ກ່ວາ 300 ຄົນຈາກເອີຣົບ, ອາຟຣິກາ ກັບເມືອປະເທດຢ່າງປອດໄພ (ພາບ: TTXVN)
      ຜູ້ໂດຍສານຂອງບັນດາຖ້ຽວບິນດັ່ງກ່າວ ແມ່ນບັນດາກໍລະນີຫຍຸ້ງຍາກພິເສດຄືນັກຮຽນມີອາຍຸຕ່ຳກ່ວາ 18 ປີ, ຜູ້ໄປປິ່ນປົວພະຍາດ,ໄປທ່ອງທ່ຽວ…ຈາກບັນດາປະເທດ ເອີຣົບຄື: ເຢຍລະມັນ, ອັງກິດ, ຝຣັ່ງ, ໂປໂລຍ, ເຊັກໂກ, ຮຸງກາຣີ, ປອກຕຸຍການ, ອີຕາລີ, ແດນມາກ…ແລະ ພົນລະເມືອງບາງຄົນຖືກຕົກຄ້າງຢູ່ບາງປະເທດ ອາຟຣິກາ ຄື: ອານເຊຣີ, ນີເຊເຣຍ.
ບັນດາຖ້ຽວບິນດັ່ງກ່າວ ໄດ້ຮັບປະກັນ ຄວາມປອດໄພ, ບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ. ພາຍຫລັງບິນລົງຈອດຢູ່ສະໜາມບິນສາກົນ ເຕິນເຊີນເຍິດ ແລ້ວ, ບັນດາຜູ້ເຂົ້າຮ່ວມຖ້ຽວບິນ ລ້ວນແຕ່ໄດ້ຮັບການກວດສຸຂະພາບ ແລະ ຖືກແຍກຕົວຕາມຂໍ້ກຳນົດ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top