ຂ່າວສານ
ນາຍົກລັດຖະມົນຕີ ເລມິງຮຶງ ໃຫ້ການຕ້ອນຮັບຂ້າຫຼວງໃຫຍ່ EU ແລະ ບັນດາລັດຖະມົນຕີ CPTPP
ຕອນບ່າຍວັນທີ 16 ພະຈິກ,ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິງຮຶງ ໃຫ້ການຕ້ອນຮັບ ຂ້າຫຼວງໃຫຍ່ການຄ້າ ແລະ ຄວາມໝັ້ນຄົງເສດຖະກິດ ຂອງສະຫະພາບ ເອີລົບ (EU), ບັນດາລັດຖະມົນຕີ, ຫົວໜ້າຄະນະບັນດາປະເທດສະມາຊິກ ສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP).
ໂດຍເນັ້ນໜັກຕື່ມທິດທາງຈຳນວນໜຶ່ງຂອງ CPTPP ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ສືບຕໍ່ສາມັກຄີ, ເສີມຂະຫຍາຍບົດບາດນຳໜ້າໃນການຊຸກຍູ້ການຄ້າເປີດ, ອີງຕາມຂໍ້ກຳນົດກົດໝາຍ ແລະ ປັບປຸງລະບົບການຄ້າຫຼາຍຝ່າຍກັບ WTO ຢູ່ຕຳແໜ່ງໃຈກາງ; ສະໜັບສະໜູນການຍົກລະດັບ ແລະ ເປີດກວ້າງສັນຍາບົນພື້ນຖານຄວາມເຫັນດີເຫັນພ້ອມ, ຮັບປະກັນຄຸນນະພາບ ແລະ ປະສິດທິຜົນໃນການປະຕິບັດ, ສຳຄັນທີ່ສຸດແມ່ນນຳມາເຊິ່ງຜົນປະໂຫຍດຢ່າງແທ້ຈິງ ໃຫ້ແກ່ວິສາຫະກິດ ແລະ ປະຊາຊົນ. ທ່ານເລມິງຮຶງ ກໍ່ສະເໜີເພີ່ມທະວີການເຊື່ອມຕໍ່ ແລະ ຮ່ວມມືລະຫວ່າງ CPTPP ກັບບັນດາຄູ່ຮ່ວມມື, ພິເສດແມ່ນ ອາຊຽນ ແລະ EU, ເອົາໃຈໃສ່ຍົກສູງປະສິດທິຜົນຂອງສົນທິສັນຍາ, ໝູນໃຊ້ບັນດາທ່າແຮງບົ່ມຊ້ອນຢ່າງສຸດຂີດເພື່ອໜູນຊ່ວຍເຊິ່ງກັນແລະກັນລະຫວ່າງບັນດາປະເທດ CPTPP, ASEAN ແລະ EU, ເປັນຕົ້ນແມ່ນໃນບັນດາຂົງເຂດເຊື່ອມຕໍ່ລະບົບການສະໜອງ, ການຄ້າ ແລະ ການລົງທຶນ, ການຫັນເປັນດີຈີຕອນ, ການຫັນເປັນສີຂຽວ, ນະວັດຕະກຳ ແລະ ການພັດທະນາແບບຍືນຍົງ…






