ຂ່າວສານ
ນາຍົກລັດຖະມົນຕີ ເລມິງຮຶງ ເປັນປະທານກອງປະຊຸມຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍ ເດືອນສິງຫາ 2026
ຕອນບ່າຍວັນທີ 18 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິງຮຶງເປັນປະທານກອງປະຊຸມ ຫົວເລື່ອງສະເພາະໃນການສ້າງກົດໝາຍເດືອນສິງຫາ 2026 ປະກອບຄຳເຫັນໃສ່ ຮ່າງກົດໝາຍ 11 ສະບັບ ແລະ ມະຕິ 1 ສະບັບຍື່ນສະເໜີຕໍ່ສະພາແຫ່ງຊາດຢູ່ກອງປະຊຸມຄັ້ງທີ 2 (ຄາດວ່າຈະດຳເນີນໃນເດືອນຕຸລາ). ນີ້ແມ່ນບັນດາຮ່າງກົດໝາຍຂຶ້ນກັບບັນດາຂົງເຂດຈຸດສຸມ, ມີຂອບເຂດປັບປຸງໃຫຍ່ທີ່ສຸດຄື: ພາສີອາກອນ, ຕະຫຼາດຫຼັກຊັບ, ການລົງທຶນ, ຄວາມໝັ້ນຄົງແຫ່ງຊາດ, ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານຂໍ້ມູນ, ການແພດ, ແຮງງານ, ສະຫວັດດີການສັງຄົມ, ຄວາມສະເໝີພາບລະຫວ່າງຍິງຊາຍ, ການຄຸ້ມຄອງອາວຸດ… ບັນດາຮ່າງກົດໝາຍຕ້ອງຕິດພັນຢ່າງແໜ້ນແຟ້ນກັບຄວາມຮຽກຮ້ອງປ່ຽນແປງໃໝ່ວິທີການຄຸ້ມຄອງ, ຍູ້ແຮງການແບ່ງຂັ້ນ, ແບ່ງສິດ, ການຫັນເປັນດີຈີຕອນ ແລະ ຈັດຕັ້ງປະຕິບັດກົດໝາຍ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີບັນດາສະມາຊິກລັດຖະບານຕ້ອງສຳຫຼວດກວດຄືນເພື່ອຮັບປະກັນການຫັນບັນດາແຜນນະໂຍບາຍ, ບົດສະຫຼຸບ, ຄຳສັ່ງຊີ້ນຳຂອງຂັ້ນສິດອຳນາດໃນບັນດາຮ່າງກົດໝາຍເປັນລະບອບລະບຽບການຢ່າງຄົບຖ້ວນ. ບັນດາຮ່າງກົດໝາຍ ແລະ ບັນດາເນື້ອໃນ ສະເໜີປັບປຸງ, ເພີ່ມເຕີມ ຕ້ອງແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ແລະ ບັນດາບັນຫາຮີບດ່ວນພວມເກີດຂຶ້ນຈາກຕົວຈິງຢ່າງເດັດຂາດ.






