ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເປັນ​ປະ​ທານກອງ​ປະ​ຊຸມ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ການ​ສ້າງ​ກົດ​ໝາຍ ເດືອນ​ສິງ​ຫາ 2026

ທ່ານ​ນາ​ຍົກ​ລັດ​ຖະ​ມົນຕີ ເລ​ມິງ​ຮຶງ ສະ​ເໜີ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ​ຕ້ອງສຳຫຼວດກວດ​ຄືນ​ເພື່ອ​ຮັບ​ປະ​ກັນ​ການ​ຫັນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ບົດ​ສະຫຼຸບ, ຄຳ​ສັ່ງ​ຊີ້​ນຳ​ຂອງ​ຂັ້ນ​ສິດ​ອຳ​ນາດ​ໃນ​ບັນ​ດາ​ຮ່າງ​ກົດ​ໝາຍ​ເປັນ​ລະ​ບອບ​ລະ​ບຽບ​ການ​ຢ່າງ​ຄົບ​ຖ້ວນ
  ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເປັນ​ປະ​ທານກອງ​ປະ​ຊຸມ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ການ​ສ້າງ​ກົດ​ໝາຍ ເດືອນ​ສິງ​ຫາ 2026 (ພາບ: VNA)  

ຕອນ​ບ່າຍ​ວັນ​ທີ 18 ສິງ​ຫາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິ​ງ​ຮຶງ​ເປັນ​ປະ​ທານກອງ​ປະ​ຊຸມ ຫົວ​ເລື່ອງ​ສະ​ເພາະ​ໃນ​ການ​ສ້າງ​ກົດ​ໝາຍ​ເດືອນ​ສິງ​ຫາ 2026 ປະ​ກອບ​ຄຳ​ເຫັນ​ໃສ່ ຮ່າງກົດ​ໝາຍ 11 ສະ​ບັບ ແລະ ມະ​ຕິ 1 ສະ​ບັບ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຢູ່ກອງ​ປະ​ຊຸມ​ຄັ້ງ​ທີ 2 (ຄ​າດ​ວ່າ​ຈະ​ດຳ​ເນີນ​ໃນ​ເດືອນ​ຕຸ​ລາ). ນີ້​ແມ່ນ​ບັນ​ດາ​ຮ່າງ​ກົດ​ໝາຍ​ຂຶ້ນ​ກັບ​ບັນ​ດາ​ຂົງ​ເຂດ​ຈຸດ​ສຸມ, ມີ​ຂອບ​ເຂດ​ປັບ​ປຸງ​ໃຫຍ່​ທີ່​ສຸດ​ຄື: ພາ​ສີ​ອາ​ກອນ, ຕະຫຼາດຫຼັກ​ຊັບ, ການ​ລົງ​ທຶນ, ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ, ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ, ການ​ແພດ, ແຮງ​ງານ, ສະ​ຫວັດ​ດີ​ການ​ສັງ​ຄົມ, ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ, ການ​ຄຸ້ມ​ຄອງ​ອາ​ວຸດ… ບັນ​ດາ​ຮ່າງ​ກົດ​ໝາຍ​ຕ້ອງ​ຕິດ​ພັນຢ່າງ​ແໜ້ນ​ແຟ້ນ​ກັບ​ຄວາມ​ຮຽກ​ຮ້ອງ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ຄຸ້ມ​ຄອງ, ຍູ້​ແຮ​ງ​ການ​ແບ່ງ​ຂັ້ນ, ແບ່ງ​ສິດ, ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໝາຍ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນຕີ ເລ​ມິງ​ຮຶງ ສະ​ເໜີ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ​ຕ້ອງສຳຫຼວດກວດ​ຄືນ​ເພື່ອ​ຮັບ​ປະ​ກັນ​ການ​ຫັນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ບົດ​ສະຫຼຸບ, ຄຳ​ສັ່ງ​ຊີ້​ນຳ​ຂອງ​ຂັ້ນ​ສິດ​ອຳ​ນາດ​ໃນ​ບັນ​ດາ​ຮ່າງ​ກົດ​ໝາຍ​ເປັນ​ລະ​ບອບ​ລະ​ບຽບ​ການ​ຢ່າງ​ຄົບ​ຖ້ວນ. ບັນ​ດາ​ຮ່າງ​ກົດ​ໝາຍ ແລະ ບັນ​ດາ​ເນື້ອ​ໃນ ສະ​ເໜີ​ປັບ​ປຸງ, ເພີ່ມ​ເຕີມ ຕ້ອງ​ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຂັດ ແລະ ບັນ​ດາ​ບັນ​ຫາ​ຮີບ​ດ່ວນ​ພວມ​ເກີດ​ຂຶ້ນ​ຈາກ​ຕົວ​ຈິງ​ຢ່າງ​ເດັດ​ຂາດ.


top