ຂ່າວສານ
ນາຍົກລັດຖະມົນຕີ ເລມິງຮຶງ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນ ອາຊຽນ - ລັດເຊຍ ຄົບຮອບ 35 ປີ
ນີ້ແມ່ນການປະຕິບັດງານທີ່ມີຄວາມໝາຍສຳຄັນເປັນພິເສດ, ແມ່ນກາປະຕິບັດງານຢູ່ ສະຫະພັນ ລັດເຊຍ ເປັນຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີໃນຖານະຕຳແໜ່ງໃໝ່, ເຊິ່ງເປັນປະເທດຄູ່ຮ່ວມມືມິດຕະພາບທີ່ເປັນມູນເຊື້ອ, ມີຄວາມຜູກພັນຢ່າງໜຽວແໜ້ນ ແລະ ແມ່ນຄູ່ຮ່ວມມືຍຸດທະສາດຮອບດ້ານຂອງ ຫວຽດນາມ.
ການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ໃນກອງປະຊຸມສຸດຍອດ ອາຊຽນ - ລັດເຊຍ ຄັ້ງນີ້ ສືບຕໍ່ສະແດງໃຫ້ເຫັນແນວທາງການຕ່າງປະເທດສະເໝີຕົ້ນສະເໝີປາຍທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ; ຫັນເປັນການພົວພັນຕ່າງປະເທດຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ ຕາມຈິດໃຈກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ. ນີ້ກໍແມ່ນສານທີ່ຈະແຈ້ງ ຂອງ ຫວຽດນາມກ່ຽວກັບການຖື ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງບັນດາປະເທດ ອາຊຽນ - ລັດເຊຍເປັນສຳຄັນ, ປະກອບສ່ວນເສີມຂະຫຍາຍບົດບາດ “ຂົວຕໍ່” ຂອງ ຫວຽດນາມ, ສ້າງກຳລັງໜູນໃໝ່ຕື່ມອີກໃຫ້ແກ່ສາຍພົວພັນ ອາຊຽນ - ລັດເຊຍ; ກໍຄືສາຍພົວພັນມິດຕະພັນທີ່ເປັນມູນເຊື້ອ, ຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ແລະ ການຮ່ວມມືທີ່ມີປະສິດທິຜົນລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ໃນຕະຫຼອດຫຼາຍທົດສະວັດຜ່ານມາ.






