• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ໜູນ​ຊ່ວຍ​ວັດ​ຖຸ​ອຸ​ປະ​ກອນ​ທີ່​ຈຳ​ເປັນ​ໃຫ້​ແກ່​ປະ​ຊາ​ຊົນທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໄພ​ທຳ​ມະ​ຊາດ

ໄລ່ຮອດປັດຈຸບັນ, ມີເຮືອນຢູ່ 34.759 ຫຼັງຂອງປະຊາຊົນທີ່ຖືກເປ່ເພຍ້ອນໄພພິບັດທຳມະຊາດ ໄດ້ຮັບການສ້ອມແປງສຳເລັດ 100% ແລ້ວ.
ບັນຍາກາດກອງປະຊຸມ

ຕອນເຊົ້າວັນທີ 07 ມັງກອນ ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເປັນປະທານກອງປະຊຸມຮັບຟັງການລາຍງານຄວາມຄືບໜ້າໃນການປະຕິບັດ “ບັ້ນເຄື່ອນໄຫວ ກວາງຈູງ” ສ້ອມແປງ, ປຸກສ້າງເຮືອນໃໝ່ໃຫ້ແກ່ບັນດາຄອບຄົວທີ່ຖືກຜົນເສຍຫາຍຈາກໄພທຳມະຊາດຄັ້ງຜ່ານມາຢູ່ບັນດາແຂວງເຂດພາກກາງ - ເຕີຍງວຽນ ຢ່າງຮີບດ່ວນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີວ່າ:

        “ວັນທີ 19 ມັງກອນ 2026 ຈະຈັກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ດັ່ງນັ້ນ, ປະຊາຊົນຕ້ອງມີເຮືອນຢູ່, ໃນຊຸມວັນດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ. ຄວາມໝາຍຂອງບັ້ນເຄື່ອນໄຫວ ກວາງຈູງ ນີ້ສຳຄັນຄືແນວນັ້ນ. ຂ້າພະເຈົ້າສະເໜີໃຫ້ບັນດາທ້ອງຖິ່ນສຳຫຼວດກວດຄືນ, ມີເຮືອນຢູ່ແລ້ວຕ້ອງມີ ໂທລະທັດ, ຕູ້ເຢັນ. ເພາະວ່ານອກຈາກເຮືອນຖືກພັງທະລາຍແລ້ວ, ເຄື່ອງຂອງຂອງພໍ່ແມ່ປະຊາຊົນຍັງຖືກເສຍຫາຍອີກດ້ວຍ”.

ຕາມການລາຍງານຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມຢູ່ກອງປະຊຸມ, ໂດຍປະຕິບັດ “ບັ້ນເຄື່ອນໄຫວກວາງຈູງ”, ໄລ່ຮອດປັດຈຸບັນ, ມີເຮືອນຢູ່ 34.759 ຫຼັງຂອງປະຊາຊົນທີ່ຖືກເປ່ເພຍ້ອນໄພພິບັດທຳມະຊາດ ໄດ້ຮັບການສ້ອມແປງສຳເລັດ 100% ແລ້ວ. ສ່ວນຈຳນວນເຮືອນຫຼັງຕ່າງໆທີ່ຖືກພັງຖະຫຼົ່ມຕ້ອງກໍ່ສ້າງໃໝ່ນັ້ນ ໄລ່ຮອດປັດຈຸບັນປຸກສ້າງສຳເລັດໄດ້ 1.046 ຫຼັງ, ບັນລຸ 65,5%. ສ່ວນທີ່ຍັງເຫຼືອ, ບັນດາແຂວງກໍພວມມານະພະຍາຍາມເພື່ອປຸກສ້າງສຳເລັດຕາມກຳນົດເວລາທີ່ວາງອອກ.

(ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top