ຂ່າວສານ
ນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ ອາຊຽນ ເສີມຂະຫຍາຍ 3 ກົກເຄົ້າແຫຼ່ງກຳລັງແຮງຍຸດທະສາດຢ່າງແຮງ
ວັນທີ 26 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບບັນດາການນຳປະເທດ ອາຊຽນເຂົ້າຮ່ວມວາລະປະຊຸມຄົບຄະນະ ແລະ ວາລະປະຊຸມວົງແຄບ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ. ທີໜຶ່ງ, ອາຊຽນ ຕ້ອງປັບປຸງຍຸດທະສາດຄວາມສາມັກຄີ ແລະ ເປັນເອກະພາບ, ຜ່ານນັ້ນຍົກສູງກຳລັງແຮງສັງລວມ ແລະ ຜັນຂະຫຍາຍບັນດາຍຸດທະສາດ, ແຜນການກະທຳຂອງ ສະມາຄົມຢ່າງຄົບຊຸດ, ມີປະສິດທິຜົນ. ທີສອງ, ອາຊຽນ ຕ້ອງເສີມຂະຫຍາຍພະລັງຊີວິດທີ່ຂະຫຍັນຂັນເຄື່ອນ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປັບປຸງການເຊື່ອມຕໍ່ພາຍໃນກຸ່ມບົນພື້ນຖານເປັນເຈົ້າການພັດທະນາ ປະຕິບັດບັນດາແຜນການຮ່ວມມືຢ່າງຮີບດ່ວນ ສົມທົບກັບການສຳຫຼວດກວດຄືນ, ປັບປຸງຢ່າງເປັນປະຈຳເພື່ອຮັບປະກັນບັນດາກົນໄກເຄື່ອນໄຫວຢ່າງລຸລ່ວງ, ຍົກສູງອັດຕາສ່ວນການຄ້າ, ການລົງທຶນພາຍໃນກຸ່ມໄປຄຽງຄູ່ກັບການເປີດກວ້າງບັນດາຂອບເຂດການຮ່ວມມືໃນພາກພື້ນ, ລະຫວ່າງພາກພື້ນ. ທີສາມ, ອາຊຽນຕ້ອງມານະພະຍາຍາມສ້າງກຳລັງແຮງທາງດ້ານນະວັດຕະກຳ, ຜ່ານການປະຕິບັດສຳເລັດກອບຮ່ວມມືໃໝ່ໂດຍດ່ວນຄື: ສັນຍາແມ່ກ່ຽວກັບເສດຖະກິດດີຈີຕອນ ອາຊຽນ ແລະ ແຜນການສັງລວມດີຈີຕອນ ອາຊຽນ.







