• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫວຽດນາມ ໃຫ້ການຕ້ອນຮັບ ປະທານສະພາແຫ່ງຊາດ ກຳປູເຈຍ

      ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຍົກໃຫ້ເຫັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ບຸລິມະສິດພັດທະນາການພົວພັນຮ່ວມມື ແລະ ມິດຕະພາບຢ່າງຮອບດ້ານກັບກຳປູເຈຍ, ສະໜັບສະໜູນກຳປູເຈຍ ໃນ ກິດຈະການພັດທະນາປະເທດຊາດ


ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກແລະທ່ານ ປະທານສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ
Samdech Heng Samrin (ພາບ: ທົ້ງເຍິດ/ TTXVN)
      ຕອນບ່າຍວັນທີ 29 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ປະທານສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ Samdech Heng Samrin. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຍົກໃຫ້ເຫັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ບຸລິມະສິດພັດທະນາການພົວພັນຮ່ວມມື ແລະ ມິດຕະພາບຢ່າງຮອບດ້ານກັບກຳປູເຈຍ, ສະໜັບສະໜູນກຳປູເຈຍ ໃນ ກິດຈະການພັດທະນາປະເທດຊາດ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສະພາແຫ່ງຊາດ ກຳປູເຈຍ ສືບຕໍ່ສະໜັບສະໜູນ ເລື່ອງເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດຄື ເສດຖະກິດ, ວັດທະນະທຳ, ການສຶກສາ, ວິທະຍາສາດ - ເຕັກນິກ, ການບິນ, ກະສິກຳ, ໄຟຟ້ານ້ຳຕົກ, ການຄ້າຊາຍແດນ…ໃຫ້ບັນລຸປະສິດທິຜົນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊຸກຍູ້ວົງເງິນການຄ້າລື່ນກາຍຄາດໝາຍ 5 ຕີ້ USD ໃນປີ 2020 ໂດຍໄວຊຶ່ງສອງປະເທດໄດ້ເຫັນດີເປັນເອກະພາບ (ໃນປີ 2018 ບັນລຸໄດ້ 4,7 ຕື້ USD); ສະເໜີໃຫ້ສະພາແຫ່ງຊາດ ກຳປູເຈຍ ມີບັນດາຂໍ້ກຳນົດທີ່ມີລັກສະນະນິຕິກຳຕື່ມອີກເພື່ອແນໃສ່ສົ່ງເສີມ, ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຂອງວິສາຫະກິດ ຫວຽດນາມ ຢູ່ ກຳປູເຈຍ; ປົກປ້ອງບັນດາຜົນປະໂຫຍດອັນຊອບທຳ, ຖືກກົດໝາຍຂອງວິສາຫະກິດ ຫວຽດນາມ ເໝາະສົມກັບບັນດາຂໍ້ຕົກລົງຂອງສອງຝ່າຍກໍ່ຄືກົດໝາຍ ແລະ ທຳນຽມສາກົນ.
        ກ່ຽວກັບການຮ່ວມມືໃນພາກພື້ນ ແລະ ສາກົນ. ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ: ປີ 2020, ຫວຽດນາມ ຈະເປັນ ປະທານ ອາຊຽນ ແລະ ປັດຈຸບັນພວມອອກສະໝັກເລືອກຕັ້ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021. ກໍ່ຄືໃນປີ 2020, ກຳປູເຈຍຈະເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມຂັ້ນສູງເວທີປາໄສການຮ່ວມມືລະຫວ່າງ ອາຊີ - ເອີລົບຄັ້ງທີ 13 (ASEM 13), ຫວຽດນາມ ພ້ອມແລ້ວທີ່ຈະສະໜັບສະໜູນ ແລະ ສົມທົບກັບ ກຳປູເຈຍ ໃນການຮັກສາ, ຊຸກຍູ້ຄວາມສາມັກຄີ, ຫຼັກໝັ້ນລວມຂອງອາຊຽນ, ປະກອບສ່ວນຮັກສາສັນຕິພາບ ແລະ ວັດທະນາຖາວອນລວມຢູ່ພາກພື້ນ.
 (ແຫຼ່ງຄັດຈາກ VOV)
 
 
 

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ແລະ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ເຂົ້າ​ຮ່ວມ​ພິ​ທີປະ​ດັບຫຼຽນ​ໄຊ​ຂອງ​ ລາວ ​ມອບ​ໃຫ້​ການ​ນຳ​ຂັ້ນ​ສູງ ຫວຽດ​ນາມ

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ແລະ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ເຂົ້າ​ຮ່ວມ​ພິ​ທີປະ​ດັບຫຼຽນ​ໄຊ​ຂອງ​ ລາວ ​ມອບ​ໃຫ້​ການ​ນຳ​ຂັ້ນ​ສູງ ຫວຽດ​ນາມ

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ປະດັບຫຼຽນໄຊອິດສະຫຼະ ຊັ້ນໜຶ່ງໃຫ້ແກ່ ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ພ້ອມດ້ວຍບັນດາອະດີດຮອງປະທານປະເທດ ທ່ານນາງ ຫງວຽນທິບິ່ງ, ທ່ານນາງ ເຈື່ອງໝີຮວາ, ທ່ານນາງ ຫງວຽນທິຢວານ ແລະ ທ່ານນາງ ດັ້ງທິງອກທິ້ງ.

Top