• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫວຽດນາມ ຈະເຂົ້າຮ່ວມ ແລະກ່າວຄຳເຫັນທີ່ກອງປະຊຸມສຸດຍອດ G20

      ຫົວຂໍ້ຂອງ G20 ປີ 2020 ແມ່ນ ສ້າງກາລະໂອກາດໃນທົດສະວັດທີ 21 ເພື່ອປະຊາຊົນທຸກຄົນ ໃຫ້ປະກົດຜົນເປັນຈິງ”, ດ້ວຍ 3 ຈຸດໃຈກາງຕົ້ນຕໍແມ່ນ: ມອບສິດໃຫ້ປະຊາຊົນ; ຮັກສາໜ່ວຍໂລກ; ກຳນົດທິດບັນດາຂົງເຂດໃໝ່.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)
      ໂດຍໄດ້ຮັບຄຳເຊີນຂອງພະມະຫາກະສັດ ອາຣັບບິ ຊະອຸດິ Salman bin Avdulaziz Al Saud, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຈະເຂົ້າຮ່ວມກອງປະຊຸມສຸດຍອດ G20 ທາງອອນລາຍ ເຊິ່ງຈະດຳເນີນໃນລະຫວ່າງວັນທີ 21 – 22 ພະຈິກ 2020.
        ເລື່ອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ທາງອອນລາຍ ໄດ້ຢັ້ງຢືນເຖິງການສະໜັບສະໜູນ, ການຮ່ວມມືຢ່າງຕັ້ງໜ້າຂອງ ຫວຽດນາມ ແລະ ອາຊຽນ ທີ່ມີຕໍ່ G20 ແລະ ປະຊາຄົມສາກົນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ປະກອບສ່ວນຍົກສູງອິດທິພົນຊື່ສຽງຂອງ ຫວຽດນາມ ເປັນສະມາຊິກຕັ້ງໜ້າ, ເປັນເຈົ້າການ ແລະ ປະກອບສ່ວນຢ່າງມີຄວາມຮັບຜິດຊອບເຂົ້າໃນການແກ້ໄຂບັນດາບັນຫາລວມຂອງທົ່ວໂລກ.
        ຫົວຂໍ້ຂອງ G20 ປີ 2020 ແມ່ນ “ສ້າງກາລະໂອກາດໃນທົດສະວັດທີ 21 ເພື່ອປະຊາຊົນທຸກຄົນ ໃຫ້ປະກົດຜົນເປັນຈິງ”, ດ້ວຍ 3 ຈຸດໃຈກາງຕົ້ນຕໍແມ່ນ: ມອບສິດໃຫ້ປະຊາຊົນ; ຮັກສາໜ່ວຍໂລກ; ກຳນົດທິດບັນດາຂົງເຂດໃໝ່.
ທີ່ການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມໃນຕອນບ່າຍວັນທີ 19 ພະຈິກ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮຸ້ວ່າ: ທີ່ກອງປະຊຸມຄັ້ງນີ້ ການນຳບັນດາປະເທດ ຈະສຸມໃສ່ປຶກສາຫາລືກ່ຽວກັບການຮ່ວມມືໃນການຮັບມືກັບໂລກລະບາດໂຄວິດ 19, ການຄ້າ ການລົງທຶນ, ເສດຖະກິດດີຈີຕອນ ແລະ ການພັດທະນາແບບຍືນຍົງ. ແລະຄາດວ່າ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະກ່າວຄຳເຫັນໃນວາລະປຶກສາຫາລື ດ້ວຍບັນດາຫົວເລື່ອງ: ຜ່ານຜ່າໂລກລະບາດ, ຟື້ນຟູການເຕີບໂຕ ແລະວຽກເຮັດງານທຳ, ສ້າງອະນາຄົດໃຫ້ຍືນຍົງ, ກວມລວມ ແລະສາມາດຮັບມື.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top