• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຈະເຂົ້າຮ່ວມກອງປະຊຸມ ASEM 12, P4G ແລະ ຢ້ຽມຢາມບາງປະເທດ ຢູ່ທະວີບ ເອີຣົບໃນໄວໆນີ້

ວັນທີ 09 ຕຸລາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 14-21 ຕຸລານີ້, 
ທ່ານນາຍົກລົດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ພ້ອມດ້ວຍພັນລະຍາ ຈະເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີ - ເອີຣົບ (ASEM) ຄັ້ງທີ 12, ກອງປະຊຸມສຸດຍອດຄູ່ຮ່ວມມື ເພື່ອການເຕີບໂຕຂຽວ ແລະ ບັນດາເປົ້າໝາຍທົ່ວໂລກ ຮອດປີ 2030 (P4G) ແລະ ຢ້ຽມຢາມ ສາທາລະນະລັດ ໂອຕຼິດ, ລາຊະອານາຈັກ ແບນຊິກ, ແດນມາກຢ່າງເປັນທາງການ, ຢ້ຽມຢາມ ແລະ ເຮັດວຽກຢູ່ ສະຫະພາບເອີຣົບ. ການຢ້ຽມຢາມໄດ້ປະຕິບັດຕາມຄຳເຊື້ອເຊີນຂອງທ່ານປະທານສະພາ ເອີຣົບ Donald Tusk, ທ່ານປະທານຄະນະກຳມະການເອີຣົບ Jean-Clude Juncker, ທ່ານນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ໂອຕຼິດ Sebatian Kurz, ທ່ານນາຍົກລັດຖະມົນຕີ ແບນຊິກ Charles Michel ແລະ ທ່ານນາຍົກລັດຖະມົນຕີ ແດນມາກLars Lokke Rasmussen.
(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ເຊື່ອມ​ຊຶມ, ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ມະ​ຕິ​ສະ​ບັບ​ເລ​ກ​ທີ 10 ຂອງ​ກົມ​ການ​ເມືອງ

ກອງ​ປະ​ຊຸມ​ເຊື່ອມ​ຊຶມ, ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ມະ​ຕິ​ສະ​ບັບ​ເລ​ກ​ທີ 10 ຂອງ​ກົມ​ການ​ເມືອງ

ຕອນ​ເຊົ້າ​ວັນ​ທີ 30 ມິ​ຖຸ​ນາ, ກອງ​ປະ​ຊຸມ​​ຄົ້ນ​ຄວ້າ, ຮ່ຳ​ຮຽນ, ເຊື່ອມ​ຊຶມ ແລະ ຜັນ​ຂະ​ຫຍາຍ​ມະ​ຕິ​ສະ​ບັບ​ເລກ​ທີ 10 – NQ/TW ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ມີ​ເງິນ​ລົງ​ທຶນ​ຕ່າງ​ປະ​ເທດ ຖືກ​ຈັດ​ຂຶ້ນ​ຕາມ​ຮູບ​ແບບ​ເຊິ່ງ​ໜ້າ​ສົມ​ທົບ​ກັບ​ທາງ​ໄກໃນຂ​ອບ​ເຂດ​ທົ່ວ​ປະ​ເທດ.

Top