• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈີ້ງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງແຂວງ ນິງທ້ວນຄືນໃໝ່

ຕອນເຊົ້າວັນທີ 16/4, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີ້ງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງແຂວງນິງທ້ວນຄືນໃໝ່ (1/4/1992 – 1/4/2022), 47 ປີແຫ່ງວັນປົດປ່ອຍແຂວງນິງຖ້ວນ ( 16 ເມສາ 1975 - 16 ເມສາ 2022) ແລະ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 - 30 ເມສາ 2022).
  ທ່ານ ຟ້າມມິງຈີ້ງກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ  

 ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໃຫ້ຄຳຕັກເຕືອນວ່າ, ແຂວງ ນິງທ້ວນ ຄວນສຸມໃສ່ປະຕິບັດໃນໄລຍະຈະມາເຖິງ, ໃນນັ້ນ ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ນິງທ້ວນ ສືບຕໍ່ປົກປັກຮັກສາ, ເຕົ້າໂຮມຄວາມສາມັກຄີ, ເປັນເອກະພາບ; ປັບປຸງກົນຈັກອຳນາດການປົກຄອງໃຫ້ກະທັດລັດ, ມີປະສິດທິຜົນ, ປະສິດທິພາບ ເພື່ອປະຊາຊົນ, ໃກ້ຊິດກັບປະຊາຊົນ, ເຄົາລົບນັບຖືປະຊາຊົນ; ຍູ້ແຮງການປະຕິຮູບດ້ານບໍລິຫານ, ຫັນເປັນດິຈິຕອນ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະ ດຳເນີນທຸລະກິດຢ່າງແຂງແຮງ, ຍົກສູງການແຂ່ງຂັນ, ເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ ແລະ ສິ່ງຄ້າງຄ່າໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ; ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ, ການເລີ່ມຕົ້ນທຸລະກິດ, ສ້າງຄວາມສະດວກໃຫ້ແກ່ການສ້າງຕັ້ງວິສາຫະກິດຂະໜາດໃຫຍ່.

ທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ມອບຫຼຽນໄຊແຮງງານຊັ້ນ 1 ຂອງພັກ ແລະ ລັດ ໃຫ້ແກ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ນິງທ້ວນ ຍ້ອນມີບັນດາຜົນງານດີເດັ່ນໃນການພັດທະນາພະລັງງານທົດແທນ, ປະກອບສ່ວນກໍ່ສ້າງສັງຄົມນິຍົມ ແລະ ປ້ອງກັນປະເທດຊາດ. 

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top