• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສິ້ນສຸດການເຄື່ອນໄຫວຢ້ຽມຢາມຢູ່ຈີນ

      ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຫາກໍສິ້ນສຸດການເຂົ້າຮ່ວມເວທີປາໄສຂັ້ນສຸດຍອດກ່ຽວກັບການຮ່ວມມືສາກົນ ແລວທາງ ແລະ ເສັ້ນທາງຢູ່ປັກກິງ, ປະເທດຈີນແຕ່ວັນທີ 25-27 ເມສາ
ພິທີສົ່ງ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກັບຄືນປະເທດ ຢູ່ສະໜາມບິນສາກົນປັກກິງ
      ໃນຂອບເຂດການເຂົ້າຮ່ວມເວທີປາໄສ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີນຜີງ, ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີຈີນ ຫຼີເຄີຊຽງ, ພົບປະກັບກຳມະການຜູ້ປະຈຳການກົມການເມືອງ, ເລຂາທິການສູນກາງພັກກອມມູນິດຈິນ ຫວາງຄູໜີງ, ພົບປະກັບວົງການນັກທຸລະກິດຈີນ…
    ກ່າວຄຳເຫັນທີ່ວາລະໄຂເວທີປາໄສຂັ້ນສຸດຍອດກ່ຽວກັບການຮ່ວມມືສາກົນ “ແລວທາງ ແລະ ເສັ້ນທາງ”, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ຫວຽດນາມຈະສືບຕໍ່ຮ່ວມມືກັບຈີນ ແລະ ບັນດາປະເທດເປັນຢ່າງດີເພື່ອສ້າງບັນດາຮູບແບບການຮ່ວມມືຢ່າງມີປະສິດທິຜົນ, ຕ່າງປະເທດຕ່າງມີຜົນປະໂຫຍດ. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮ່ວາຍຈຸງ ໃຫ້ຮູ້ວ່າ :
     “ ໃນບົດກ່າວປາໄສ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຍັງຊີ້ແຈງວ່າ ຈາກບົດຮຽນຂອງຫວຽດນາມນັ້ນ, ກຳລັງແຮງພາຍໃນແມ່ານປັດໄຈຕັດສິນຊີ້ຂາດ, ແຕ່ແຫຼ່ງກຳລັງຢູ່ພາຍນອກກໍສຳຄັນທີ່ສຸດ. ດັ່ງນັ້ນ ພ້ອມກັບການຊຸກຍູ້ການປ່ຽນແປງໃໝ່ເພື່ອພັດທະນາຢ່າງຮອບດ້ານນັ້ນ, ຫວຽດນາມ ກໍຖືເປັນສຳຄັນການຮ່ວມສຳພັນ ແລະ ການເຊື່ອມໂຍງສາກົນເພື່ອພັດທະນາ, ພ້ອມທັງປະກອບສ່ວນເຂົ້າໃນການພັດທະນາຂອງໂລກ. ພ້ອມກັນນັ້ນ, ຫວຽດນາມ ກໍຊົມເຊີຍບັນດາຫຼັກການທີ່ໄດ້ວາງອອກນັບແຕ່ເວທີປາໄສຂັ້ນສຸດຍອດຄັ້ງທຳອິດ, ນັ້ນແມ່ນຄວາມໂປ່ງໃສ, ສະເໝີພາບລະຫວ່າງບັນດາຝ່າຍ ໂດຍອີງບົນຫຼັກການຕະຫຼາດ ແລະ ທຸກໆຝ່າຍຕ່າງກໍມີຜົນປະໂຫຍດ ”
     ກ່ຽວກັບບັນຫາຢູ່ທະເລ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີຈົ່ງປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງຢ່າງເຂັ້ມງວດ, ປະຕິບັດ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ຕັ້ງໜ້າເຈລະຈາເພື່ອສ້າງ COC. ບັນດາການນຳຈີນຢັ້ງຢືນສືບຕໍ່ພ້ອມກັບຫວຽດນາມຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ. 
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top