• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫວຽດນາມ ພົບປະກັບ ປະທານນາທິບໍດີ ອານເຊຣີ

ໃນຂອບເຂດການຢ້ຽມຢາມ ອານເຊຣີ ຢ່າງເປັນທາງການ, ຕອນບ່າຍວັນທີ 19 ພະຈິກ, ຕາມເວລາທ້ອງຖິ່ນ, ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບ ທ່ານ Abdelmadjid Tebboune, ປະທານນາທິບໍດີ ອານເຊຣີ.
  ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບ ທ່ານ Abdelmadjid Tebboune, ປະທານນາທິບໍດີ ອານເຊຣີ. (ພາບ: VOV)  

ໃນການພົບປະ, ທ່ານ  Abdelmadjid Tebboune ແລະ ທ່ານ ຟ້າມມິງຈິງ ໄດ້ເຫັນດີເປັນເອກກະພາບ ຕີລາຄາການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ- ອານເຊຣີ ແມ່ນເປັນຊັບສິນລວມອັນລ້ຳຄ່າທີ່ຕ້ອງໄດ້ປົກປັກຮັກສາ, ເສີມຂະຫຍາຍ, ຍົກຂຶ້ນສູ່ລະດັບສູງໃໝ່ໃຫ້ສົມກັບຄວາມປາດຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນສອງຊາດ.

ກ່ຽວກັບສາຍພົວພັນຄູ່ຮ່ວມມືຍຸດທະສາດໃໝ່ ທີ່ໄດ້ສ້າງຕັ້ງຂຶ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ: ສອງຝ່າຍຄວນຮີບດ່ວນສ້າງແຜນການກະທຳລະອຽດ. ສອງຝ່າຍຕ້ອງໄດ້ໃຫ້ບູລິມະສິດສືບຕໍ່ແລກປຽນຄະນະຜູ້ແທນຂັ້ນສູງ, ບັນດາຂັ້ນ, ບັນດາກະຊວງ, ຂະແໜງ, ທ້ອງຖິ່ນ. ກ່ຽວກັບເສດຖະກິດ-ການຄ້າ-ການລົງທຶນ ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫວັງວ່າ ທ່ານ ປະທານນາທິບໍດີ Abdelmadjid Tebboune ຈະຊີ້ນຳ ສະພາແຫ່ງຊາດອານເຊຣີ ໃຫ້ສັດຕະຍາບັນດາຂໍ້ສັນຍາ, ສະໜັບສະໜຸນການເປິດກວ້າງບັນດາໂຄງການຂຸດຄົ້ນບປຸງແຕ່ງນ້ຳມັນບໍ່.

ໂດຍເຫັນດີເປັນເອກກະພາບກັບບັນດາຂໍ້ສະເໜີຂອງ ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານ ປະທານນາທິບໍດີ Abdelmadjid Tebboune ຢັ້ງຢືນວ່າ: ຈະໃຫ້ການສະໜັບສະໜຸນຢ່າງແຂງແຮງ ແລະ ຊີ້ນຳ ບັນດາ ອົງການທີ່ກ່ຽວຂ້ອງ ຂອງ ອານເຊີຣີ ປະສານສົມທົບຢ່າງແໜ້ນແຟ້ນ ກັບ ຝ່າຍຫວຽດນາມ ເພື່ອຜັນຂະຫຍາຍບັນດາຄຳໝັນສັນຍາ, ຂໍ້ຕົກລົງແລະແຜນການການຮ່ວມມືໃຫ້ມີປະສິດທິຜົນ, ເຮັດໃຫ້ ຂອບເຂດຄູ່ຮ່ວມມືຍຸດທະສາດປະກົດເປັນຈິງໃນໄວໆນີ້ດ້ວຍບັນດາໂຄງການ, ການເຄື່ອນໄຫວທີ່ແທດຈິງ.

(ແຫຼ່ງຄັດຈາກ VOV)

ສານ​ກ່ຽວ​ກັບ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ມີ​ການ​ປ່ຽນ​ແປງ​ໃໝ່

ສານ​ກ່ຽວ​ກັບ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ມີ​ການ​ປ່ຽນ​ແປງ​ໃໝ່

ໃນໄລຍະພຽງສັ້ນໆ, ກົມການເມືອງໄດ້ປະກາດໃຊ້ມະຕິເລກທີ 72 (72-NQ/TW) ກ່ຽວກັບບັນດາມາດຕະການບຸກທະລຸ ຍົກສູງສຸຂະພາບຂອງ ປຊຊ (ເດືອນກັນຍາ ປີ 2025), ຕໍ່ຈາກນັ້ນ, ສະພາແຫ່ງຊາດໄດ້ກະກຽມຮັບຮອງເອົາມະຕິກ່ຽວກັບບັນດາກົນໄກ, ນະໂຍບາຍເພື່ອຜັນຂະຫຍາຍປະສິດທິຜົນມະຕິເລກທີ 72. ສິ່ງນີ້ສະແດງໃຫ້ເຫັນຄວາມເປັນເອກະພາບທາງການເມືອງທີ່ເຂັ້ມແຂງ ໃນການລົງທຶນໃຫ້ແກ່ມະນຸດ-ເສົາຄ້ຳຂອງການພັດທະນາແບບຍືນຍົງ.

Top