• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ​ແຈ້ງ​ຂໍ້​ຕົກ​ລົງ​ຢຸດ​ຕິ​ການ​ນຳ​ເຂົ້າ​ສິນ​ທະ​ເລ​ຂອງ ຍີ​ປຸ່ນ

ຕາມແຫຼ່ງຂ່າວດັ່ງກ່າວ, ຈີນ ໄດ້ອ້າງເຫດຜົນຕ້ອງຕິດຕາມກວດກາສະພາບນ້ຳທີ່ໄດ້ຮັບຜົນກະທົບຈາກກຳມັນຕະພາບລັງສີ ທີ່ໄດ້ຮັບການບຳບັດແລ້ວປ່ອຍອອກທະເລ ຈາກໂຮງງານໄຟຟ້ານິວເຄຼຍ Fukushima Daiichi ທີ່ຖືກເປ່ເພຢ່າງໜັກໜ່ວງພາຍຫຼັງເກີດເຫດແຜ່ນດິນໄຫວ - ຊູນາມີ ໃນປີ 2011.

ວັ

ພາບປະກອບ: REUTERS/Kim Kyung-Hoon

ນທີ 19 ພະຈິກ, ສຳນັກຂ່າວສານ Kyodo ຂອງຍີ່ປຸ່ນໄດ້ລົງຂ່າວທີ່ວ່າ ຈີນ ໄດ້ແຈ້ງກັບຍີ່ປຸ່ນກ່ຽວກັບການຢຸດຕິການນຳເຂົ້າສິນທະເລຈາກປະເທດນີ້. ນີ້ແມ່ນການກະທຳຫຼ້າສຸດໃນຄວາມເຄັ່ງຕຶງທາງການທູດ ທີ່ພວມເພີ່ມຂຶ້ນລະຫວ່າງສອງພື້ນຖານເສດຖະກິດໃຫຍ່ທີ່ສຸດຢູ່ ອາຊີ.

ຕາມແຫຼ່ງຂ່າວດັ່ງກ່າວ, ຈີນ ໄດ້ອ້າງເຫດຜົນຕ້ອງຕິດຕາມກວດກາສະພາບນ້ຳທີ່ໄດ້ຮັບຜົນກະທົບຈາກກຳມັນຕະພາບລັງສີ ທີ່ໄດ້ຮັບການບຳບັດແລ້ວປ່ອຍອອກທະເລ ຈາກໂຮງງານໄຟຟ້ານິວເຄຼຍ Fukushima Daiichi ທີ່ຖືກເປ່ເພຢ່າງໜັກໜ່ວງພາຍຫຼັງເກີດເຫດແຜ່ນດິນໄຫວ - ຊູນາມີ ໃນປີ 2011.

ກ່ອນໜ້ານັ້ນ, ເມື່ອຍີ່ປຸ່ນ ເລີ່ມຕົ້ນການປ່ອຍນ້ຳສິ່ງເສດເຫຼືອອອກທະເລແຕ່ເດືອນ ສິງຫາ 2023, ປັກກິ່ງ ກໍ່ປະກາດຄຳສັ່ງຫ້າມການນຳເຂົ້າສິນທະເລ ເພື່ອຄັດຄ້ານການກະທຳຂອງ ໂຕກຽວ. ຫຼັງຈາກນັ້ນ, ສອງຝ່າຍກໍ່ໄດ້ດຳເນີນການເຈລະຈາເປັນຫຼາຍຄັ້ງ ແລະ ນັບແຕ່ຕົ້ນເດືອນນີ້, ຈີນໄດ້ອະນຸຍາດໃຫ້ເຊື່ອມຕໍ່ການນຳເຂົ້າສິນທະເລຈາກຍີ່ປຸ່ນຄືນໃໝ່ ພາຍຫຼັງຍົກເລີກຄຳສັ່ງນຳເຂົ້າຢ່າງຮອບດ້ານ. ເຖິງຢ່າງໃດກໍຕາມ, ຂໍ້ຕົກລົງສະບັບຫຼ້າສຸດຂອງ ຈີນ ອີກຄັ້ງໜຶ່ງໄດ້ຕ່າວປິ້ນນະໂຍບາຍສະບັບນີ້.

ແຈ້ງການໄດ້ຍົກອອກມາພາຍຫຼັງ 1 ວັນ ເມື່ອເຈົ້າໜ້າທີ່ຂັ້ນສູງ ກະຊວງການຕ່າງປະເທດສອງປະເທດດຳເນີນການເຈລະຈາຢູ່ ປັກກິ່ງ ໂດຍກ່ຽວຂ້ອງເຖິງບົດກ່າວຄຳເຫັນ ຫວ່າງແລ້ວນີ້ຂອງທ່ານນາງ Sanae Takaichi ນາຍົກລັດຖະມົນຕີ ຍີ່ປຸ່ນ ກ່ຽວກັບບັນຫາໄຕ້ຫວັນ (ຈີນ), ແຕ່ບໍ່ບັນລຸໄດ້ໝາກຜົນ.

(ແຫຼ່ງຄັດຈາກ VOV)

ສານ​ກ່ຽວ​ກັບ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ມີ​ການ​ປ່ຽນ​ແປງ​ໃໝ່

ສານ​ກ່ຽວ​ກັບ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ມີ​ການ​ປ່ຽນ​ແປງ​ໃໝ່

ໃນໄລຍະພຽງສັ້ນໆ, ກົມການເມືອງໄດ້ປະກາດໃຊ້ມະຕິເລກທີ 72 (72-NQ/TW) ກ່ຽວກັບບັນດາມາດຕະການບຸກທະລຸ ຍົກສູງສຸຂະພາບຂອງ ປຊຊ (ເດືອນກັນຍາ ປີ 2025), ຕໍ່ຈາກນັ້ນ, ສະພາແຫ່ງຊາດໄດ້ກະກຽມຮັບຮອງເອົາມະຕິກ່ຽວກັບບັນດາກົນໄກ, ນະໂຍບາຍເພື່ອຜັນຂະຫຍາຍປະສິດທິຜົນມະຕິເລກທີ 72. ສິ່ງນີ້ສະແດງໃຫ້ເຫັນຄວາມເປັນເອກະພາບທາງການເມືອງທີ່ເຂັ້ມແຂງ ໃນການລົງທຶນໃຫ້ແກ່ມະນຸດ-ເສົາຄ້ຳຂອງການພັດທະນາແບບຍືນຍົງ.

Top