• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລິມດົ່ງ ປະຕິບັດສຳເລັດ 17/19 ໜ້າທີ່ຮັບໃຊ້ວຽກງານຕ້ານການຂຸດຄົ້ນ IUU

ປະຈຸບັນ ເລິມດົ່ງ ມີກຳປັ່ນຫາປາທີ່ຍາວແຕ່ 6ມ ຂຶ້ນໄປ 8.400 ລຳ, ມີຜູ້ອອກແຮງງານກວ່າ 50.000 ຄົນ
(ທ່ານ ຫງວຽນວັນຈຽນ, ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ເລິມດົ່ງ)

ຕອນບ່າຍວັນທີ 20 ພະຈິກ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ເລິມດົ່ງ ໄດ້ແຈ້ງໃຫ້ຮູ້ວ່າ ໄລ່ມາຮອດປະຈຸບັນ, ທ້ອງຖິ່ນໄດ້ປະຕິບັດສຳເລັດ 17/19 ໜ້າທີ່ຮັບໃຊ້ວຽກງານຕ້ານການຫາປາແບບກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ບັນລຸ 78,95%.

        ລະອຽດແມ່ນ, ປະຈຸບັນ ເລິມດົ່ງ ມີກຳປັ່ນຫາປາທີ່ຍາວແຕ່ 6ມ ຂຶ້ນໄປ 8.400 ລຳ, ມີຜູ້ອອກແຮງງານກວ່າ 50.000 ຄົນ, ດ້ວຍປະລິມານຂຸດຄົ້ນແຕ່ລະປີກວ່າ 230.000 ໂຕນ. ໄລ່ຮອດວັນທີ 14 ພະຈິກ, ທົ່ວແຂວງມີກຳປັ່ນ 8.222 ລຳໄດ້ຈົດທະບຽນ, ໃນນັ້ນ ມີກຳປັ່ນ 7.470 ລຳໄດ້ຮັບໃບອະນຸຍາດຂຸດຄົ້ນ, ບັນລຸອັດຕາສ່ວນ 90,85% ໃນຈຳນວນກຳປັ່ນທີ່ໄດ້ອັບເດດໃນ VNFishbase. ແຂວງໄດ້ຄຸ້ມຄອງກຳປັ່ນ 752 ລຳທີ່ໝົດກຳນົດເວລາອະນຸຍາດ ແລະ ບໍ່ມີເງື່ອນໄຂຢ່າງພຽງພໍເພື່ອອອກໃບອະນຸຍາດໃຫ້ອີກ, ພ້ອມກັບບໍ່ໃຫ້ບັນດາກຳປັ່ນນີ້ອອກຈາກຝັ່ງຢ່າງເດັດຂາດ.

        ກ່ຽວກັບການປັບໄໝບັນດາກໍລະນີກຳປັ່ນທີ່ຂາດການຕິດຕໍໍ່ເພື່ອກວດກາໃນເວລາເດີນທາງ (VMS), ທາງແຂວງໄດ້ສ້າງສຳເລັດ 789/789 ເອກະສານແຕ່ປີ 2024 ມາຮອດປະຈຸບັນ, ບັນລຸອັດຕາ 100%.

(ແຫຼ່ງຄັດຈາກ VOV)

ໄຂງານຕະຫຼາດນັດເຊື່ອມຈອດການພົວພັນການຄ້າ ຫວຽດນາມ - ລາວ

ໄຂງານຕະຫຼາດນັດເຊື່ອມຈອດການພົວພັນການຄ້າ ຫວຽດນາມ - ລາວ

ເຂດວາງສະແດງຂອງ ຫວຽດນາມ ມີ 120 ຮ້ານຂອງກວ່າ 60 ວິສາຫະກິດທີ່ຂຶ້ນກັບບັນດາຂະແໜງສິນຄ້າ, ຄື: ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ, ເຄື່ອງຢາງ, ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ, ເຄື່ອງເອເລັກໂຕນິກ…

Top