ເຂດວາງສະແດງຂອງ ຫວຽດນາມ ມີ 120 ຮ້ານຂອງກວ່າ 60 ວິສາຫະກິດທີ່ຂຶ້ນກັບບັນດາຂະແໜງສິນຄ້າ, ຄື: ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ, ເຄື່ອງຢາງ, ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ, ເຄື່ອງເອເລັກໂຕນິກ…
ຕອນເຊົ້າວັນທີ 20 ພະຈິກ, ງານຕະຫຼາດນັດເຊື່ອມຈອດການພົວພັນການຄ້າ ແລະ ເຜີຍແຜ່ໂຄສະນາຜະລິດຕະພັນວິສາຫະກິດ ຫວຽດນາມ - ລາວ ປີ 2025 ໄດ້ໄຂຂຶ້ນຢ່າງເປັນທາງການ, ຢູ່ສູນວາງສະແດງສິນຄ້າ ໄປເຕັກ ສາກົນ, ທີ່ນະຄອນຫຼວງ ວຽງຈັນ.
ງານຕະຫຼາດນັດໂດຍກະຊວງປ້ອງກັນປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ສົມທົບກັບກະຊວງປ້ອງກັນປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ຈັດຂຶ້ນ. ງານຕະຫຼາດນັດປີນີ້ໄດ້ເຕົ້າໂຮມວິສາຫະກິດນັບຮ້ອຍແຫ່ງຂອງ 2 ປະເທດເຂົ້າຮ່ວມການວາງສະແດງ, ເຜີຍແຜ່ໂຄສະນາຜະລິດຕະພັນ, ໃນນັ້ນ, ເຂດວາງສະແດງຂອງ ຫວຽດນາມ ມີ 120 ຮ້ານຂອງກວ່າ 60 ວິສາຫະກິດທີ່ຂຶ້ນກັບບັນດາຂະແໜງສິນຄ້າ, ຄື: ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ, ເຄື່ອງຢາງ, ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ, ເຄື່ອງເອເລັກໂຕນິກ… ພ້ອມກັນນັ້ນ, ງານຕະຫຼາດນັດກໍ່ມີ 20 ຮ້ານວາງສະແດງ, ໂຄສະນາ, ແນະນຳບັນດາຜະລິດຕະພັນ, ການບໍລິການຂອງວິສາຫະກິດຢູ່ພາຍໃນ ແລະ ນອກກອງທັບ ລາວ. ທ່ານພົນໂທ ຫງວຽນເຈື່ອງທັງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໃຫ້ຮູ້ວ່າ:
“ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດຂອງ ຫວຽດນາມ ເວົ້າລວມ, ວິສາຫະກິດຂອງກອງທັບ ຫວຽດນາມ ເວົ້າສະເພາະ, ມີໂອກາດເພື່ອພົບປະແລກປ່ຽນ, ຊອກຫາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ, ເປີດກວ້າງການພົວພັນດ້ານການຄ້າກັບວິສາຫະກິດ ລາວ, ວິສາຫະກິດກອງທັບ ລາວ, ຮັບໃຊ້ຄວາມຕ້ອງການຂອງປະຊາຊົນ 2 ປະເທດ ແລະ ພາກພື້ນ ອາຊຽນ ຕື່ມອີກ”.
(ແຫຼ່ງຄັດຈາກ VOV)