ໃນຂອບເຂດການຢ້ຽມຢາມ ອານເຊຣີ ຢ່າງເປັນທາງການ, ຕອນບ່າຍວັນທີ 19 ພະຈິກ, ຕາມເວລາທ້ອງຖິ່ນ, ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບ ທ່ານ Abdelmadjid Tebboune, ປະທານນາທິບໍດີ ອານເຊຣີ.
ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບ ທ່ານ Abdelmadjid Tebboune, ປະທານນາທິບໍດີ ອານເຊຣີ. (ພາບ: VOV)
ໃນການພົບປະ, ທ່ານ Abdelmadjid Tebboune ແລະ ທ່ານ ຟ້າມມິງຈິງ ໄດ້ເຫັນດີເປັນເອກກະພາບ ຕີລາຄາການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ- ອານເຊຣີ ແມ່ນເປັນຊັບສິນລວມອັນລ້ຳຄ່າທີ່ຕ້ອງໄດ້ປົກປັກຮັກສາ, ເສີມຂະຫຍາຍ, ຍົກຂຶ້ນສູ່ລະດັບສູງໃໝ່ໃຫ້ສົມກັບຄວາມປາດຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນສອງຊາດ.
ກ່ຽວກັບສາຍພົວພັນຄູ່ຮ່ວມມືຍຸດທະສາດໃໝ່ ທີ່ໄດ້ສ້າງຕັ້ງຂຶ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ: ສອງຝ່າຍຄວນຮີບດ່ວນສ້າງແຜນການກະທຳລະອຽດ. ສອງຝ່າຍຕ້ອງໄດ້ໃຫ້ບູລິມະສິດສືບຕໍ່ແລກປຽນຄະນະຜູ້ແທນຂັ້ນສູງ, ບັນດາຂັ້ນ, ບັນດາກະຊວງ, ຂະແໜງ, ທ້ອງຖິ່ນ. ກ່ຽວກັບເສດຖະກິດ-ການຄ້າ-ການລົງທຶນ ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫວັງວ່າ ທ່ານ ປະທານນາທິບໍດີ Abdelmadjid Tebboune ຈະຊີ້ນຳ ສະພາແຫ່ງຊາດອານເຊຣີ ໃຫ້ສັດຕະຍາບັນດາຂໍ້ສັນຍາ, ສະໜັບສະໜຸນການເປິດກວ້າງບັນດາໂຄງການຂຸດຄົ້ນບປຸງແຕ່ງນ້ຳມັນບໍ່.
ໂດຍເຫັນດີເປັນເອກກະພາບກັບບັນດາຂໍ້ສະເໜີຂອງ ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານ ປະທານນາທິບໍດີ Abdelmadjid Tebboune ຢັ້ງຢືນວ່າ: ຈະໃຫ້ການສະໜັບສະໜຸນຢ່າງແຂງແຮງ ແລະ ຊີ້ນຳ ບັນດາ ອົງການທີ່ກ່ຽວຂ້ອງ ຂອງ ອານເຊີຣີ ປະສານສົມທົບຢ່າງແໜ້ນແຟ້ນ ກັບ ຝ່າຍຫວຽດນາມ ເພື່ອຜັນຂະຫຍາຍບັນດາຄຳໝັນສັນຍາ, ຂໍ້ຕົກລົງແລະແຜນການການຮ່ວມມືໃຫ້ມີປະສິດທິຜົນ, ເຮັດໃຫ້ ຂອບເຂດຄູ່ຮ່ວມມືຍຸດທະສາດປະກົດເປັນຈິງໃນໄວໆນີ້ດ້ວຍບັນດາໂຄງການ, ການເຄື່ອນໄຫວທີ່ແທດຈິງ.