• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກ​ຊ່ຽວ​ຊານ​ຈີນ: 4 ທິດ​ທາງ​ຊີ້​ນຳ​ສະ​ແດງ​ໃຫ້​ເຫັນ​ການ​ຫັນ​ປ່ຽນ​ໃນ​ຈິນ​ຕະ​ນາ​ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ

ຕີ​ລາ​ຄາ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ 4 ທິດ​ທາງ​ໃຫຍ່, ທ່ານ​ສ.ດ Qu Qiang ຖື​ວ່າ ຈຸດ​ພົ້ນ​ເດັ່ນ​ທີ່​ສຸດ​ແມ່ນ ຫວຽດ​ນາມ ພວມ​ຫັນ​ປ່ຽນ​ຈາກ​ໄລ​ຍ​ະ “ປັບ​ປຸງ​ກົງ​ຈັກ​ການ​ຈັດ​ຕັ້ງ” ມາ​ຍັງ ໄລ​ຍະ “ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ”
​ທ່ານ​ສາດ​ສະ​ດາ​ຈານ Qu Qiang, ມະ​ຫາ​ວິ​ທະ​ຍາ​ໄລ​ຊົນ​ຊາດ ສູນ​ກາງ​ຈີນ (ພາບ: VNA)
4 ທິດ​ທາງ​ຊີ້​ນຳ​ທີ່​ໄດ້​ວາງ​ອອກ​ຢູ່ກອງ​ປະ​ຊຸມ​​ຄັ້ງ​ທີ 3 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XIV ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຫັນ​ປ່ຽນ​ທີ່​ສຳ​ຄັນ​ໃນ​ຈິນ​ຕະ​ນາ​ການ​ພັດ​ທະ​ນາ, ຈາກ​ການ​ສຸມ​ໃສ່​ປັບ​ປຸງ​ການ​ຈັດ​ຕັ້ງໄປ​ສູ່​ການ​ຍົ​ກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ພັກ ແລະ ລະ​ບົບ​ການ​ເມືອງ, ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ຊຸກ​ຍູ້​ກາ​ນ​ພັດ​ທະ​ນາອີງ​ຕາມ​ພູມ​ປັນ​ຍາ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ. ນີ້​ແມ່ນ​ຂໍ້​ສັງ​ເກດ​ຂອງ​ທ່ານ​ສາດ​ສະ​ດາ​ຈານ Qu Qiang, ມະ​ຫາ​ວິ​ທະ​ຍາ​ໄລ​ຊົນ​ຊາດ ສູນ​ກາງ​ຈີນ ທີ່​ການ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ ປະ​ຈຳ ປັກ​ກິ່ງ. ຕີ​ລາ​ຄາ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ 4 ທິດ​ທາງ​ໃຫຍ່, ທ່ານ​ສ.ດ Qu Qiang ຖື​ວ່າ ຈຸດ​ພົ້ນ​ເດັ່ນ​ທີ່​ສຸດ​ແມ່ນ ຫວຽດ​ນາມ ພວມ​ຫັນ​ປ່ຽນ​ຈາກ​ໄລ​ຍ​ະ “ປັບ​ປຸງ​ກົງ​ຈັກ​ການ​ຈັດ​ຕັ້ງ” ມາ​ຍັງ ໄລ​ຍະ “ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ”, ທ່ານ​ສ.ດ Qu Qiang ຖື​ວ່າ​ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ວິ​ວັດ​ການ​ຍົກ​ລະ​ດັບ ​ລະ​ບົບ​ຄຸ້ມ​ຄອງ​ບໍ​ລິ​ຫານ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ, ຕ້ອນ​ຮັບ​ຖ້ຽວ​ບິນ​ບິນ​ໂດຍ​ກົງ​ໄປ​ຍັງ ສີ​ລັງ​ກາ

ຫວຽດ​ນາມ ຍູ້​ແຮງ​ການ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ, ຕ້ອນ​ຮັບ​ຖ້ຽວ​ບິນ​ບິນ​ໂດຍ​ກົງ​ໄປ​ຍັງ ສີ​ລັງ​ກາ

ຜູ້​ຕາງ​ໜ້າຫຼາຍ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ ສີ​ລັງ​ກາ ໄດ້​ຕີ​ລາ​ຄາ​ສູງ​ການ​ຈັດ​​ລາຍ​ການ​ສົ່ງ​ເສີມ​ຄັ້ງ​ນີ້ ແລະ ຖື​ວ່າ ເລື່ອງ​ມີ​​ຖ້ຽວ​ບິນ​ໂດຍ​ກົງ​ຈະ​ສ້າງ​ບາດ​ກ້າວ​ຫັນ​ປ່ຽນ​ສຳ​ຄັນ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ລະ​ຫວ່ງ​ສອງ​ປະ​ເທດ.

Top