• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຍູ້​ແຮງ​ການ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ, ຕ້ອນ​ຮັບ​ຖ້ຽວ​ບິນ​ບິນ​ໂດຍ​ກົງ​ໄປ​ຍັງ ສີ​ລັງ​ກາ

ຜູ້​ຕາງ​ໜ້າຫຼາຍ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ ສີ​ລັງ​ກາ ໄດ້​ຕີ​ລາ​ຄາ​ສູງ​ການ​ຈັດ​​ລາຍ​ການ​ສົ່ງ​ເສີມ​ຄັ້ງ​ນີ້ ແລະ ຖື​ວ່າ ເລື່ອງ​ມີ​​ຖ້ຽວ​ບິນ​ໂດຍ​ກົງ​ຈະ​ສ້າງ​ບາດ​ກ້າວ​ຫັນ​ປ່ຽນ​ສຳ​ຄັນ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ລະ​ຫວ່ງ​ສອງ​ປະ​ເທດ.
  ທ່ານ​ນາງ ຈິງ​ທິ​ເຕິມ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ສີ​ລັງ​ກາ​ກ່າວ​ຄຳ​ເຫັນ​ໄຂ​ເຫດ​ການ (ພາບ: VNA)  
ຕອນ​ຄ່ຳ​ວັນ​ທີ 31 ກໍ​ລະ​ກົດ, ຢູ່​ນະ​ຄອນຫຼວງ​ໂກ​ລົມ​​ໂບ, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ​ສີ​ລັງ​ກາ ໄດ້​ປະ​ສານ​ສົມ​ທົບ​ກັບ​ບໍ​ລິ​ສັດ​ທ່ອ​ງ​ທ່ຽວ Viettravel ແລະ ກຸ່ມ​ບໍ​ລິ​ສັດ Hayleys ໄດ້ຈັດ​ລາຍ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ ຫວຽດ​ນາມ ຢູ່​ໂກ​ລົມ​ໂບ ດ້ວຍ​ຫົວ​ຂໍ້ “ຫວຽດ​ນາມ - ໂລກ​ແຫ່ງ​ສິ່ງ​ມະ​ຫັດ​ສະ​ຈັນ”. ມີກວ່າ 100 ບໍ​ລິ​ສັດ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ການ​ທ່ອງ​ທ່ຽວ, ການ​ບິນ, ໂຮງ​ແຮນຂອງ​ສອງ​ປະ​ເທດ​ເຂົ້າ​ຮ່ວມ. ເຫດ​ການ​ໄດ້​ຈັດ​ຂຶ້ນ​ ກ່ອນ​ທີ່ ບັນ​ດາ​ບໍ​ລິ​ສັດ​ການ​ບິນ Airlines ແລະ Vietjet Air ໄດ້​ ນຳ​ຖ້ຽວ​ບິນ​ໂດຍ​ກົງ​ລະ​ຫວ່າງນະ​ຄອນ ໂຮ່​ຈີ​ມິນ - ໂກ​ລົມ​ໂບ ຂອງ​ເຂົ້າ​ຂຸດ​ຄົ້ນ​ຢ່າງ​ເປັນ​ທາງ​ການ​ແຕ່​ເດືອນ​ສິງ​ຫາ 2026. ​ຜູ້​ຕາງ​ໜ້າຫຼາຍ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ ສີ​ລັງ​ກາ ໄດ້​ຕີ​ລາ​ຄາ​ສູງ​ການ​ຈັດ​​ລາຍ​ການ​ສົ່ງ​ເສີມ​ຄັ້ງ​ນີ້ ແລະ ຖື​ວ່າ ເລື່ອງ​ມີ​​ຖ້ຽວ​ບິນ​ໂດຍ​ກົງ​ຈະ​ສ້າງ​ບາດ​ກ້າວ​ຫັນ​ປ່ຽນ​ສຳ​ຄັນ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ລະ​ຫວ່ງ​ສອງ​ປະ​ເທດ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ໂຕ​ເລິມ: ການ​ທູດ​ຕ້ອງ​ຫັນ​ປ່ຽນ​ບັນ​ດາ​ຂອບ​ເຂດ​ການ​ຮ່ວມ​ມື​ກາຍ​ເປັນ​ໂຄງ​ການ​ລະ​ອຽດ​, ຖື​ປະ​ສິດ​ທິ​ຜົນ​ຢ່າງ​ແທ້​ຈິງ​ແມ່ນ​ໄມ້ຫຼ້າ​ວັດ​ແທກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ໂຕ​ເລິມ: ການ​ທູດ​ຕ້ອງ​ຫັນ​ປ່ຽນ​ບັນ​ດາ​ຂອບ​ເຂດ​ການ​ຮ່ວມ​ມື​ກາຍ​ເປັນ​ໂຄງ​ການ​ລະ​ອຽດ​, ຖື​ປະ​ສິດ​ທິ​ຜົນ​ຢ່າງ​ແທ້​ຈິງ​ແມ່ນ​ໄມ້ຫຼ້າ​ວັດ​ແທກ

ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ເປັນ​ຄັ້ງ​ທຳ​ອິດກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 14 ຂອງ​ພັກ​ກຳ​ນົດ​ການ​ຕ່າງ​ປະ​ເທດ ແມ່ນ​ “ໜ້າ​ທີ່​ຈຸດ​ສຸມ, ເປັນປະ​ຈຳ”.

Top