• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກຂ່າວໃນທົ່ວປະເທດຕ້ອງມີ “ຈິດໃຈປອດໃສຊື່ນບານ, ປາກກາຄົມ”

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດ ຫວຽດນາມ ຄົບຮອບ 95 ປີ (21/06/1925 – 21/06/2020), ຕອນເຊົ້າວັນທີ 19 ມິຖຸນາ ຢູ່ ຮ່າໂນ້ຍ, ທ່ານ ເຈືອງຮ່ວາບີ່ງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ໄປຢ້ຽມຢາມ, ອວຍພອນພະນັກງານ, ນັກຂ່າວ, ນັກບັນນາທິການປະຕູຖານຂໍ້ມູນເອເລັກໂຕນິກລັດຖະບານ, ໜັງສືພິມເອເລັກໂຕນິກຂອງລັດຖະບານ.

 ທ່ານ ເຈືອງຮ່ວາບີ່ງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ຫວຽດນາມ  (ພາບ: VGP)

ນະທີ່ນີ້, ທ່ານເຈືອງຮ່ວາບີ່ງ ໄດ້ສົ່ງຄຳອວຍພອນອັນດີງາມທີ່ສຸດ ເຖິງອົງການສື່ມວນຊົນ, ຖັນແຖວຜູ້ເຮັດວຽກງານການສື່ສານໃນທົ່ວປະເທດ, ອວຍພອນນັກຂ່າວໃນທົ່ວປະເທດ ຈົ່ງມີຈິດໃຈປອດໃສຊື່ນບານ, ປາກກາຄົມ, ມີການປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ມີຫົວຄິດປະດິດສ້າງ, ບັນລຸໄດ້ບັນດາຜົນງານທີ່ສະຫງ່າລາສີກ່ວາອີກ, ຍາມໃດກໍ່ສົມກັບຄວາມເອກອ້າງທະນົງໃຈ, ມູນເຊື້ອທີ່ມີມາເກືອບໜຶ່ງສະຕະວັດຂອງພື້ນຖານສື່ມວນຊົນປະຕິວັດຫວຽດນາມ. ພ້ອມກັນນັ້ນ, ບັນດາອົງການສື່ມວນຊົນ ກໍ່ຕ້ອງສືບຕໍ່ຕັ້ງໜ້າເຂົ້າຮ່ວມວຽກງານຖະແຫຼງຂ່າວ, ໂຄສະນາ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ./.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top