ຂ່າວສານ ນັກຂ່າວໃນທົ່ວປະເທດຕ້ອງມີ “ຈິດໃຈປອດໃສຊື່ນບານ, ປາກກາຄົມ” 20/06/2020 ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດ ຫວຽດນາມ ຄົບຮອບ 95 ປີ (21/06/1925 – 21/06/2020), ຕອນເຊົ້າວັນທີ 19 ມິຖຸນາ ຢູ່ ຮ່າໂນ້ຍ, ທ່ານ ເຈືອງຮ່ວາບີ່ງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ໄປຢ້ຽມຢາມ, ອວຍພອນພະນັກງານ, ນັກຂ່າວ, ນັກບັນນາທິການປະຕູຖານຂໍ້ມູນເອເລັກໂຕນິກລັດຖະບານ, ໜັງສືພິມເອເລັກໂຕນິກຂອງລັດຖະບານ. ທ່ານ ເຈືອງຮ່ວາບີ່ງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ຫວຽດນາມ (ພາບ: VGP) ນະທີ່ນີ້, ທ່ານເຈືອງຮ່ວາບີ່ງ ໄດ້ສົ່ງຄຳອວຍພອນອັນດີງາມທີ່ສຸດ ເຖິງອົງການສື່ມວນຊົນ, ຖັນແຖວຜູ້ເຮັດວຽກງານການສື່ສານໃນທົ່ວປະເທດ, ອວຍພອນນັກຂ່າວໃນທົ່ວປະເທດ ຈົ່ງມີຈິດໃຈປອດໃສຊື່ນບານ, ປາກກາຄົມ, ມີການປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ມີຫົວຄິດປະດິດສ້າງ, ບັນລຸໄດ້ບັນດາຜົນງານທີ່ສະຫງ່າລາສີກ່ວາອີກ, ຍາມໃດກໍ່ສົມກັບຄວາມເອກອ້າງທະນົງໃຈ, ມູນເຊື້ອທີ່ມີມາເກືອບໜຶ່ງສະຕະວັດຂອງພື້ນຖານສື່ມວນຊົນປະຕິວັດຫວຽດນາມ. ພ້ອມກັນນັ້ນ, ບັນດາອົງການສື່ມວນຊົນ ກໍ່ຕ້ອງສືບຕໍ່ຕັ້ງໜ້າເຂົ້າຮ່ວມວຽກງານຖະແຫຼງຂ່າວ, ໂຄສະນາ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ./. (ແຫຼ່ງຄັດຈາກ VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດ ຫວຽດນາມ ຄົບຮອບ 95 ປີ (21/06/1925 – 21/06/2020), ຕອນເຊົ້າວັນທີ 19 ມິຖຸນາ ຢູ່ ຮ່າໂນ້ຍ, ທ່ານ ເຈືອງຮ່ວາບີ່ງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ໄປຢ້ຽມຢາມ, ອວຍພອນພະນັກງານ, ນັກຂ່າວ, ນັກບັນນາທິການປະຕູຖານຂໍ້ມູນເອເລັກໂຕນິກລັດຖະບານ, ໜັງສືພິມເອເລັກໂຕນິກຂອງລັດຖະບານ. ທ່ານ ເຈືອງຮ່ວາບີ່ງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ຫວຽດນາມ (ພາບ: VGP) ນະທີ່ນີ້, ທ່ານເຈືອງຮ່ວາບີ່ງ ໄດ້ສົ່ງຄຳອວຍພອນອັນດີງາມທີ່ສຸດ ເຖິງອົງການສື່ມວນຊົນ, ຖັນແຖວຜູ້ເຮັດວຽກງານການສື່ສານໃນທົ່ວປະເທດ, ອວຍພອນນັກຂ່າວໃນທົ່ວປະເທດ ຈົ່ງມີຈິດໃຈປອດໃສຊື່ນບານ, ປາກກາຄົມ, ມີການປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ມີຫົວຄິດປະດິດສ້າງ, ບັນລຸໄດ້ບັນດາຜົນງານທີ່ສະຫງ່າລາສີກ່ວາອີກ, ຍາມໃດກໍ່ສົມກັບຄວາມເອກອ້າງທະນົງໃຈ, ມູນເຊື້ອທີ່ມີມາເກືອບໜຶ່ງສະຕະວັດຂອງພື້ນຖານສື່ມວນຊົນປະຕິວັດຫວຽດນາມ. ພ້ອມກັນນັ້ນ, ບັນດາອົງການສື່ມວນຊົນ ກໍ່ຕ້ອງສືບຕໍ່ຕັ້ງໜ້າເຂົ້າຮ່ວມວຽກງານຖະແຫຼງຂ່າວ, ໂຄສະນາ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ./. (ແຫຼ່ງຄັດຈາກ VOV)