ຕອນບ່າຍວັນທີ 16 ພຶດສະພາ 2022, ຢູ່ທີ່ສະໜາມກິລາ ກວ່ນເຫງື້ອ (ຮ່າໂນ້ຍ) ໄດ້ດຳເນີນການແຂ່ງຂັນຮອບສຸດທ້າຍຂອງ 5 ລາຍການຄື: ໂດດດ່ຽວ, ບາຄູ່, ບາດ່ຽວຊາຍ, ຂົວດຸ່ນດ່ຽງ ແລະ ກິລາກາຍຍະກຳ ເພດຍິງ. ພິເສດ, ນັກກິລາ ດີງເຟືອງແທ່ງ ສາມາດປ້ອງກັນ 2 ຫຼຽນຄຳໄດ້ຢ່າງສຳເລັດຜົນ ທັງໃນການແຂ່ງຂັນປະເພດບາດ່ຽວ ແລະ ບາຄູ່.
ການແຂ່ງຂັນຂອງນັກກິລາ ດີງເຟືອງແທ່ງ ໃນປະເພດບາດ່ຽວ. ພາບ: ແຄ໋ງລອງ/VNP
ໃນປະເພດບາຄູ່, ນັກກິລາ ດີງເຟືອງແທ່ງ ເຮັດໄດ້ດີເດັ່ນ ແລະ ຍາດໄດ້ຄະແນນ 15.133. ພາບ: ແຄ໋ງລອງ/VNP
ນັກກິລາ ດີງເຟືອງແທ່ງ ແບ່ງປັນຄວາມປິຕິຊົມຊື່ນກັບຄູຝຶກ. ພາບ: ແຄ໋ງລອງ/VNP
ພາຍຫຼັງໄດ້ຮັບແຈ້ງຜົນການແຂ່ງຂັນຈາກຄະນະກຳມະການ, ນັກກິລາ ດີງເຟືອງແທ່ງ ໄດ້ຮັບຄວາມຊົມເຊີຍຈາກເພື່ອນຮ່ວມທີມ. ພາບ: ແຄ໋ງລອງ/VNP
ຕອນຄຳ່ວັນທີ 16 ພຶດສະພາ, ນັກກິລາ ດີງເຟືອງແທ່ງ ໄດ້ຮັບຜົນງານດີເດັ່ນເພື່ອຍາດເອົາ 2 ຫຼຽນຄຳມາໃຫ້ຄະນະນັກກິລາ ຫວຽດນາມ ໃນລາຍການແຂ່ງຂັນບາດ່ຽວ ແລະ ບາຄູ່. ພາບ: ແຄ໋ງລອງ/VNP
ບົດ ແລະ ພາບ: ແຄ໋ງລອງ/VNP