ຂ່າວສານ
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ໄປຢ້ຽມຊົມ ງານວາງສະແດງ “100 ປີແຫ່ງການວິຈິດສິນທັນສະໄໝ”
ວັນທີ 16 ພະຈິກ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາທ່ານນາງ ເຟືອງລີ ໄດ້ລົງຢ້ຽມຢາມຫໍພິພິຕະພັນ ວິຈິດສິນ ຫວຽດນາມ ແລະ ຢ້ຽມຊົມງານວາງສະແດງ “100 ປີແຫ່ງວັນວິຈິດສິນທັນສະໄໝ”. ງານວາງສະແດງເປີດປະຕູແຕ່ວັນທີ 14 ພະຈິກຫາວັນທີ 22 ພະຈິກ 2025 ຢູ່ຫໍພິພິທະພັນວິຈິດສິນ ຫວຽດນາມ (ເຮືອນເລກທີ 66 ຖະໜົນ ຫງວຽນທ້າຍຮອກ, ຮ່າໂນ້ຍ). ງານວາງສະແດງແນະນຳຜົນງານ 150 ຢ່າງທີ່ວາດພາບເຖິງໄລຍະທາງ 1 ທົດສະວັດແຫ່ງການບຳລຸງສ້າງ, ປະດິດສ້າງສິລະປະຂອງໂຮງຮຽນວິຈິດສິນບັນດິດ ແຫ່ງທຳອິດ ຢູ່ ອິນໂດຈິນ. ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງ ຫໍພິພິທະພັນ ຫວຽດນາມ, ພິເສດແມ່ນຄວາມເປັນເຈົ້າການໃນການນຳໃຊ້ເຕັກໂນໂລຢີດີຈີຕອນ ໃນການເສີມຂະຫຍາຍຄຸນຄ່າຂອງບັນດາຜະລິດຕະພັນສິລະປະກຳ. ທ່ານເລຂາທິການໃຫຍ່ ຢັ້ງຢືນບັນດາຄວາມມານະພະຍາຍາມຂອງຖັນແຖນພະນັກງານໃນການຮັກສາບັນດາຄູນຄ່າວິຈິດສິນຂອງຊາດ, ພ້ອມທັງສະແດງຄວາມຫວັງໃນໄລຍະຈະມາເຖິງ, ຫໍພິພິທະພັນຈະນັບມື້ນັບພັດທະນາ ແລະ ດຶງດູດມະຫາຊົນເປັນຈຳນວນຫຼາຍ.








