• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້​ແຮງ​ການ​ຮ່ວມ​ມື AI ແລະ ພັດ​ທະ​ນາ​ລະ​ບົບ​ນິ​ເວດ​ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ - ອາ​ເມ​ລິ​ກາ

ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສະເໝີຕົ້ນສະເໝີປາຍຕໍ່ທັດສະນະ: ເປີດກວ້າງການຮ່ວມມືກັບ ອາເມລິກາ ໃນຂົງເຂດເຕັກໂນໂລຢີສູງ ແມ່ນບາດກ້າວຍຸດທະສາດ, ເໝາະສົມກັບຂອບເຂດການພົວພັນຍຸດທະສາດຮອບດ້ານ.
ການເຮັດວຽກລະຫວ່າງສອງຝ່າຍ (ພາບ: ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ)

ນີ້ແມ່ນເນື້ອໃນໂດຍທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳກການຄ້າ ຫວຽດນາມ ແລະ ທ່ານ Jacob Helberg ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ຮັບຜິດຊອບ ເສດຖະກິດ, ສິ່ງແວດລ້ອມ ແລະ ພະລັງງານ ປຶກສາຫາລືທີ່ການເຮັດວຽກໃນຕອນບ່າຍວັນທີ 14 ພະຈິກ (ຕາມເວລາທ້ອງຖິ່ນ), ຢູ່ສຳນັກງານສະຖານທູດຫວຽດນາມ ປະຈຳ Washington D.C, ອາເມລິກາ.

ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສະເໝີຕົ້ນສະເໝີປາຍຕໍ່ທັດສະນະ: ເປີດກວ້າງການຮ່ວມມືກັບ ອາເມລິກາ ໃນຂົງເຂດເຕັກໂນໂລຢີສູງ ແມ່ນບາດກ້າວຍຸດທະສາດ, ເໝາະສົມກັບຂອບເຂດການພົວພັນຍຸດທະສາດຮອບດ້ານ. ຫວຽດນາມ ວາງເປົ້າໝາຍການເຕີບໂຕອີງຕາມວິທະຍາສາດ - ເຕັກໂນໂລຢີ ແລະ ນະວັດຕະກຳ, ສູ້ຊົນບັນລຸຄວາມໄວໃນການເຕີບໂຕກ່ວາ 10 %ໃນທົດສະວັດຈະມາເຖິງ. ເພາະສະນັ້ນ, ການຮ່ວມມືກັບ ອາເມລິກາ ໃນຂົງເຂດບບັນຍາປະດິດ (AI), ເຕັກໂນໂລຢີສູງ ແລະ ການພັດທະນາລະບົບນິເວດເຕັກໂນໂລຢີໄດ້ຮັບຖືວ່າແມ່ນເໝາະສົມ ແລະ ຈຳເປັນ. ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ເນັ້ນໜັກວ່າ ຫວຽດນາມ ໄດ້ສະແດງຈິນຕະນາດີໃນກນາເຈລະຈາດ້ານການຄ້າ, ຊ່ວຍອາເມລິກາ ບັນລຸໄດ້ໝາກຜົນສະດວກຫຼາຍຢ່າງກັບບັນດາຄູ່ຮ່ວມມື.

ສ່ວນທ່ານ Jacob Helberg ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ ຕີລາຄາສູງຄວາມເປັນເຈົ້າການຂອງ ຫວຽນດາມ, ພິເສດແມ່ນ ຂໍ້ລິເລີ່ມຮ່ວມມືກ່ຽວກັບ AI, ທ່ານເນັ້ນໜັກວ່າ ອາເມລິກາ ຖືເປັນສຳຄັນການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດຄວາມໝັ້ນຄົງ, ພະລັງງານ, logistics, ລະບົບສະໜອງ, ທ່ານຮອງລັດຖະມົນຕີ Jacob Helberg ກໍ່ຕີລາຄາສູງບັນດາຂໍ້ສະເໜີຂອງ ຫວຽດນາມ ແລະ ຢັ້ງຢືນຈະລາຍງານຢ່າງຄົບຖ້ວນຕໍ່ບັນາການນຳຂັ້ນສູງໃນນັ້ນມີທ່ານປະທານາທິບໍດີ ອາເມລິກາ Donald Trump. 

(ແຫຼ່ງຄັດຈາກ VOV)

ນະ​ຄອນ ໂຮ່​ຈີ​ມິນ ຍູ້​ແຮງ​ການ​ຕ້ານ​ການ​ຂຸດ​ຄົ້ນ IUU ແລະ ພັດ​ທະ​ນາ​ການ​ປູກ​ລ້ຽງ​ສິນ​ທະ​ເລ​ນຳ​ໃຊ້​ເຕັດ​ໂນ​ໂລ​ຢີ​ສູງ

ນະ​ຄອນ ໂຮ່​ຈີ​ມິນ ຍູ້​ແຮງ​ການ​ຕ້ານ​ການ​ຂຸດ​ຄົ້ນ IUU ແລະ ພັດ​ທະ​ນາ​ການ​ປູກ​ລ້ຽງ​ສິນ​ທະ​ເລ​ນຳ​ໃຊ້​ເຕັດ​ໂນ​ໂລ​ຢີ​ສູງ

ກ່ຽວກັບການພັດທະນາເສດຖະກິດທະເລຕິດພັນກັບການປົກປັກຮັກສາອະທິປະໄຕ, ສະມາຄົມສົ່ງເສີມສະມາຊິກເຂົ້າຮ່ວມບັນດາກຸ່ມຂຸດຄົ້ນ, ສະໜອງການບໍລິການພະລາທິການອາຊີບຫາປາຢູ່ທະເລ, ທັງຍົກສູງປະສິດທິຜົນໃນການຫາປາທັງປະກອບສ່ວນເຂົ້າໃນການປົກປ້ອງເຂດທະເລຂອງປະເທດຊາດ.

Top