• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ກູ​ເວດ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ

ໃນການຢ້ຽມຢາມກູເວດຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຂົ້າຮ່ວມການເຈລະຈາ, ພົບປະກັບ ກະສັດ, ນາຍົກລັດຖະມົນຕີ, ເຈົ້າຊາຍ ກູເວດ, ໄປຢ້ຽມຢາມບັນດາຮາກຖານດຳເນີນທຸລະກິດ, ເຮັດວຽກກັບບັນດາກຸ່ມບໍລິສັດເສດຖະກິດໃຫຍ່ ຂອງກູເວດ ແລະ ມີບົດກ່າວປາໄສນະໂຍບາຍຢູ່ສະຖາບັນການຕ່າງປະເທດ ກູເວດ.
ທ່ານນາຍົກລັດຖະມົນຕີ ກູເວດ Sheikh Ahmad Abdullah Al-Ahmad Al Sabah ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: VOV)
ຕອນເຊົ້າວັນທີ 17 ພະຈິກ, ຢູ່ນະຄອນຫຼວງ ກູເວດ, ທ່ານນາຍົກລັດຖະມົນຕີ ກູເວດ Sheikh Ahmad Abdullah Al-Ahmad Al Sabah ໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໃນໂອກາດຢ້ຽມຢາມກູເວດຢ່າງເປັນທາງການ. ໃນການຢ້ຽມຢາມກູເວດຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຂົ້າຮ່ວມການເຈລະຈາ, ພົບປະກັບ ກະສັດ, ນາຍົກລັດຖະມົນຕີ, ເຈົ້າຊາຍ ກູເວດ, ໄປຢ້ຽມຢາມບັນດາຮາກຖານດຳເນີນທຸລະກິດ, ເຮັດວຽກກັບບັນດາກຸ່ມບໍລິສັດເສດຖະກິດໃຫຍ່ ຂອງກູເວດ ແລະ ມີບົດກ່າວປາໄສນະໂຍບາຍຢູ່ສະຖາບັນການຕ່າງປະເທດ ກູເວດ. ຜ່ານບັນດາການເຄື່ອນໄຫວນີ້, ສອງຝ່າຍຈະແລກປ່ຽນ, ເຫັນດີເປັນເອກະພາບທິດທາງ, ມາດຕະການ ແລະ ກຳນົດຂອບເຂດການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງໃນໄລຍະຈະມາເຖິງ. ສອງຝ່າຍຍັງສະແດງການສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສສາກົນ, ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບ, ສັນຕິພາບ, ການຮ່ວມມື, ພັດທະນາວັດທະນາຖາວອນ ໃຫ້ແກ່ສອງປະເທດ ແລະ ໂລກ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ ໄປ​ຢ້ຽມຊົມ ​ງານ​ວາງ​ສະ​ແດງ 100 ປີ​ແຫ່ງ​ການ​ວິ​ຈິດ​ສິນທັນ​ສະ​ໄໝ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ ໄປ​ຢ້ຽມຊົມ ​ງານ​ວາງ​ສະ​ແດງ “100 ປີ​ແຫ່ງ​ການ​ວິ​ຈິດ​ສິນທັນ​ສະ​ໄໝ”

ງານວາງສະແດງແນະນຳຜົນງານ 150 ຢ່າງທີ່ວາດພາບເຖິງໄລຍະທາງ 1 ທົດສະວັດແຫ່ງການບຳລຸງສ້າງ, ປະດິດສ້າງສິລະປະຂອງໂຮງຮຽນວິຈິດສິນບັນດິດ ແຫ່ງທຳອິດ ຢູ່ ອິນໂດຈິນ

Top