ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ແຈ້ງໃຫ້ປະຊາຊົນກຸ່ມ 1, ເມືອງບາດິ່ງຮັບຊາບກ່ຽວກັບບັນດາໝາກຜົນພົ້ນເດັ່ນກ່ຽວກັບເສດຖະກິດ - ສັງຄົມຂອງປະເທດຊາດ ໃນໄລຍະຜ່ານມາ, ເນັ້ນໜັ້ກວ່າ ໝາກຜົນນີ້ມີການປະກອບສ່ວນຂອງປະຊາຊົນເມືອງບາດິ່ງ ເວົ້າສະເພາະ ແລະ ນະຄອນຫຼວງ ຮ່າໂນ້ຍເວົ້າລວມ.
ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ (ພາບ: TXXVN)
ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປິແຫ່ງວັນສ້າງຕັ້ງ ແນວໂຮມ ເອກະພາບແຫ່ງຊາດ ຫວຽດນາມ (18/11/1930), ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ໄດ້ເຂົ້າຮ່ວມ ວັນບຸນ ມະຫາສາມັກຄີທົ່ວປວງຊົນທັງຊາດ ກັບປະຊາຊົນກຸ່ມ 1, ເມືອງບາດິ່ງ ແລະ ຄູສອນນັກຮຽນໂຮງຮຽນມັດຖະຍົມຕອນປາຍ ຟານດິ່ງຟຸ່ງ ໃນຕອນຄ່ຳວັນທີ 16 ພະຈິກ, ຢູ່ເມືອງ ບາດິ່ງ, ນະຄອນຮ່າໂນ້ຍ.
ນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ແຈ້ງໃຫ້ປະຊາຊົນກຸ່ມ 1, ເມືອງບາດິ່ງຮັບຊາບກ່ຽວກັບບັນດາໝາກຜົນພົ້ນເດັ່ນກ່ຽວກັບເສດຖະກິດ - ສັງຄົມຂອງປະເທດຊາດ ໃນໄລຍະຜ່ານມາ, ເນັ້ນໜັ້ກວ່າ ໝາກຜົນນີ້ມີການປະກອບສ່ວນຂອງປະຊາຊົນເມືອງບາດິ່ງ ເວົ້າສະເພາະ ແລະ ນະຄອນຫຼວງ ຮ່າໂນ້ຍເວົ້າລວມ. ທ່ານປະທານສະພາແຫ່ງຊາດ ກໍ່ຮຽກຮ້ອງນະຄອນຮ່າໂນ້ຍ ຕ້ອງສຸມໃສ່ຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ນະຄອນທີ່ຜ່ານມາ. ທ່ານໃຫ້ຮູ້ວ່າ:
ປ່ຽນແປງໃໝ່ເນື້ອໃນ, ວິທີການເຄື່ອນໄຫວຂອງແນວໂຮມປະເທດຊາດ ທຸກຂັ້ນຕາມການຊີ້ນຳຢ່າງລະອຽດທີ່ສຸດ, ເປັນຕົ້ນແມ່ນແນວໂຮມປະເທດຊາດພວມຈັດກອງປະຊຸມໃຫຍ່ ແນວໂຮມທຸກຂັ້ນ, ເພື່ອມຸ່ງໄປເຖິງ ກອງປະຊຸມໃຫຍ່ທົ່ວປະເທດ ພາຍຫຼັງ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ. ພະນັກງານແນວໂຮມ, ອົງການມະຫາຊົນ ຕ້ອງຮັກສາ “3 ໃກ້”, ໃກ້ປະຊາຊົນ - ໃກ້ຮາກຖານ - ໃກ້ດີຈີຕອນ; 5 ຕ້ອງ: ຕ້ອງຮັບຟັງ - ຕ້ອງໂອ້ລົມສົນທະນາ - ຕ້ອງເປັນແບບຢ່າງທີ່ດີ - ຕ້ອງຮັບຜິດຊອບ - ຕ້ອງລາຍງານໝາກຜົນ; 4 ບໍ່: ບໍ່ເຮັດແບບຮູບການ - ບໍ່ຫຼີກລ້ຽງ - ບໍ່່ບ່າຍບ່ຽງ - ບໍ່ເຮັດຜິດໜ້າທີ່ຮັບຜິດຊອບ.
ຢູ່ວັນບຸນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມອບຮູບປັ້ນປະທານໂຮ່ຈີມິນ ກັບເມືອງຢາມບ້ານເກີດໃຫ້ແກ່ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນເມືອງບາດິ່ງ, ມອບຂອງຂວັນໃຫ້ແກ່ຫົວໜ່ວຍຈັດຕັ້ງວັນບຸນ ແລະ 10 ຄອບຄົວນະໂຍບາຍໃນບໍລິເວນເມືອງບາດິ່ງ.
(ແຫຼ່ງຄັດຈາກ VOV)