ນັບແຕ່ວັນທີ 16 ຫາວັນທີ 24 ພະຈິກ 2025, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເດີນທາງໄປຢ້ຽມຢາມ ສ.ກູເວດ, ອານເຊຣີ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມສຸດຍອດ G20 ແລະ ບັນດາການເຄື່ອນໄຫວສອງຝ່າຍຢູ່ ອາຟະລິກາໃຕ້. ນີ້ບໍ່ພຽງແຕ່ແມ່ນລາຍການທາງການທູດທົ່ວໄປເທົ່ານັ້ນ, ຫາກຍັງແມ່ນບັນດາການເຄື່ອນໄຫວສ້າງພືິ້ນຖານໃຫ້ແກ່ບາດກ້າວເດີນທີ່ສຳຄັນໃນຍຸດທະສາດເປີດກວ້າງຄູ່ຮ່ວມມື, ຍົກສູງທີ່ຕັ້ງສາກົນຂອງ ຫວຽດນາມ ໃນໄລຍະຈະມາເຖິງ.
ນີ້ແມ່ນຄັ້ງທໍາອິດທີ່ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄປຢ້ຽມຢາມ ອາຟະລິກາໃຕ້ນັບແຕ່ເມື່ອສອງປະເທດສ້າງຕັ້ງສາຍພົວພັນທາງການທູດເມື່ອປີ 1993. ສຳລັບ ອານເຊຣີ ແລະ ກູເວດ, ນີ້ແມ່ນການຢ້ຽມຢາມຢ່າງເປັນທາງການຂອງນາຍົກລັດຖະມົນຕີ ຫວຽດນາມ ພາຍຫຼັງໄລຍະ 10 ປີ ແລະ 16 ປີ ຕາມລໍາດັບ. ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ນຳມາເຊິ່ງສານສຳຄັນຫຼາຍຢ່າງໃນຂອບເຂດສອງຝ່າຍ ແລະ ຫຼາຍຝ່າຍ, ທັງເປີດກວ້າງເຂດຮ່ວມມືສ້າງກຳລັງໜູນການເຕີບໂຕເສດຖະກິດ - ການລົງທຶນແບບຍືນຍົງ ແລະ ຕາເວັນອອກກາງ - ອາຟະລິກາ, ພ້ອມທັງຢັ້ງຢືນທີ່ຕັ້ງສາກົນໃນ G20.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບປະກອບ: TTXVN)
ເຊື່ອມຕໍ່ພາກພື້ນຕາເວັນອອກກາງ - ອາຟະລິກາ, ເປີດກວ້າງຂົງເຂດພະລັງງານ ແລະ ການເງິນ
ຫວຽດນາມ ມີສາຍພົວພັນມິດຕະພາບ, ການຮ່ວມມືອັນດດີງາມກັບທັງກູເວດ, ອານເຊຣີ ແລະ ອາຟະລິກາໃຕ້. ຈຸດເວລາປັດຈຸບັນ, ການພົວພັນລະຫວ່າງ ຫວຽດນາມ ແລະ ທັງ 3 ປະເທດກໍພວມໃນທ່ວງທ່າພັດທະນານັບມື້ນັບຢ່າງມີປະສິດທິຜົນ ແລະ ແທດຈິງກວ່າ.
ອາຟະລິກາໃຕ້ ແມ່ນພື້ນຖານເສດຖະກິດໃຫຍ່ສຸດຂອງ ອາຟະລິກາ ແລະ ປັດຈຸບັນພວມດຳລົງຕຳແໜ່ງເປັນປະທານ G20 ປີ 2025 ແລະ ແມ່ນສະມາຊິກຫຼັກແຫຼ່ງຂອງກຸ່ມ BRICS (ກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ). ອານເຊຣີ ແມ່ນໜຶ່ງໃນບັນດາປະເທດທີ່ມີສາຍພົວພັນກັບ ຫວຽດນາມ ຢ່າງເລິກເຊິ່ງທີ່ສຸດໃນພາກພື້ນ ອາຟະລິກາ ແລະ ພວມແມ່ນກຳມະການບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2024 – 2025. ໃນປີນີ້, ກູເວດ ພວມດຳລົງບົດບາດເປັນປະທານສະພາຮ່ວມມືເຂດອ່າວ (GCC). ຫວຽດນາມ ແລະ ທັງສາມປະເທດກໍລ້ວນແຕ່ມີຈິດໃຈໃໝ່ໃນເສັ້ນທາງພັດທະນາຂອງຕົນ ບັນດາປະເທດຕາເວັນອອກກາງ ແລະ ອາຟະລິກາ ຖື ຫວຽດນາມ ແມ່ນຕົວແບບກ່ຽວກັບການປະສົບຜົນສຳເລັດໃນວິວັດທະນາການປ່ຽນແປງໃໝ່ ແລະ ພັດທະນາ, ແມ່ນຕົວແບບກ່ຽວກັບການປະກອບສ່ວນທີ່ນັບມື້ນັບຕັ້ງໜ້າ, ມີຄວາມຮັບຜິດຊອບກວ່າສຳລັບປະຊາຄົມສາກົນ. ສິ່ງດັ່ງກ່າວແມ່ນພື້ນຖານສຳຄັນທີ່ສຸດ, ເຮັດໃຫ້ເພີ່ມຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ການແບ່ງປັນບັນດາຄຸນຄ່າລວມລະຫວ່າງ ຫວຽດນາມ ກັບບັນດາປະເທດໃນພາກພື້ນ ຕາເວັນອອກກາງ ແລະ ອາຟະລິກາ.
ບົນພື້ນຖານນັ້ນ, ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຢັ້ງຢືນວ່າ:
“ການປະຕິບັດງານແມ່ນໂອກາດເພື່ອໃຫ້ພວກເຮົາຍູ້ແຮງ, ເຊື່ອມຕໍ່ກັບສາມຈຸດນັດພົບຍຸດທະສາດຂອງພາກພື້ນ. ຜ່ານນັ້ນ ບໍ່ພຽງແຕ່ຍົກສູງທີ່ຕັ້ງບົດບາດ, ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ກັບສາມປະເທດເລິກເຊິ່ງຂຶ້ນຕື່ມເທົ່ານັ້ນ, ຫາກຍັງປະກອບສ່ວນກຳນົດຈຸດຢືນໃນອະນາຄົດ, ວິໄສທັດໃໝ່ລະຫວ່າງ ຫວຽດນາມ ກັບພາກພື້ນ ຕາເວັນອອກກາງ, ອາຟະລິກາ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ, ຄວາມຍືນຍົງ ແລະ ກໍມຸ່ງໄປເຖິງອະນາຄົດທີ່ຕ່າງຝ່າຍຕ່າງມີຄວາມຈະເລີນຮຸ່ງເຮືອງ, ວັດທະນາຖາວອນ.”
G20 ແລະ ສຽງເວົ້າຂອງ ຫວຽດນາມ ໃນບັນດາບັນຫາທົ່ວໂລກ
ໃນແງ່ມູມຫຼາຍຝ່າຍ, ນີ້ແມ່ນປີທີ 2 ຢ່າງລຽນຕິດທີ່ ຫວຽດນາມ ໄດ້ຮັບຄຳເຊີນເຂົ້າຮ່ວມກອງປະຊຸມສຸດຍອດຂອງກຸ່ມ 20 ພື້ນຖານເສດຖະກິດແຖວໜ້າໃນໂລກ. ນີ້ແມ່ນການຢັ້ງຢືນຢ່າງແຮງກ່ຽວກັບຄວາມໄວ້ວາງໃຈ, ທີ່ຕັ້ງ, ບົດບາດຂອງ ຫວຽດນາມ ທີ່ນັບມື້ສູງຂຶ້ນ, ການຮັບຮູ້ ແລະ ການຕີລາຄາສູງຈາກບັນດາຄູ່ຮ່ວມມື, ພິເສດແມ່ນບັນດາສະມາຊິກ G20 ກ່ຽວກັບບັນດາຜົນງານໃນການພັດທະນາ ແລະ ການປະກອບສ່ວນຢ່າງແທດຈິງຂອງ ຫວຽດນາມ ໃນບັນດາບັນຫາລວມຂອງໂລກ.
ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈະແມ່ນໂອກາດເພື່ອໃຫ້ ຫວຽດນາມ ສືບຕໍ່ຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ. ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ:
“ໃນກອງປະຊຸມສຸດຍອດ G20, ດ້ວຍຖານະເປັນແຂກຖືກເຊີນຂອງປະທານ G20 ອາຟະລິກາໃຕ້, ທ່ານນາຍົກລັດຖະມົນຕີ ຈະແບ່ງປັນບັນດາສານນະໂຍບາຍສຸມໃສ່ບັນດາເນື້ອໃນສຳຄັນແນໃສ່ປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມລວມຂອງທົ່ວໂລກເພື່ອຊຸກຍູ້ການເຕີບໂຕເສດຖະກິດຂອງ ໂລກ, ຫຼຸດຜ່ອນຄວາມສ່ຽງທີ່ວາງອອກສຳລັບເສດຖະກິດໂລກໃນປັດຈຸບັນ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຍຸດທະສາດເຊັ່ນ ແຮ່ທາດ, ພະລັງງານ, ປະຕິຮູບລະບົບການຄ້າການລົງທຶນທົ່ວໂລກໃນໄລຍະເຊິ່ງໂລກພວມກຳນົດຈຸດຢືນຄືນໃໝ່ ແລະ ສ້າງຫຼັກການ, ບັນດາມາດຕະຖານ, ຂໍ້ກຳນົດກົດລະບຽບທົ່ວໂລກໃນປັດຈຸບັນ”.
ການປະຕິບັດງານຂອງທ່ານນາຍົກລັດຖະມົນຕີຈະເພີ່ມທະວີການຊຸກຍູ້ການຮ່ວມມືກັບບັນດາປະເທດໃນພາກພື້ນຕາເວັນອອກກາງ ແລະ ອາຟະລິກາ. ພ້ອມດຽວກັນນັ້ນ, ການເຂົ້າຮ່ວມ, ນຳສະເໜີຂໍ້ລິເລີ່ມໃນບັນດາເວທີປາໄສທົ່ວໂລກຄື G20 ນັ້ນ, ກໍຢັ້ງຢືນແນວທາງການຕ່າງປະເທດອັນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ທີ່ມີຄວາມປາດຖະໜາຢາກປະກອບສ່ວນເຂົ້າໃນການສ້າງລະບຽບການທາງດ້ານເສດຖະກິດສາກົນ ແລະ ລະບົບບໍລິຫານເສດຖະກິດທົ່ວໂລກ ຕາມທິດນັບມື້ນັບຍຸຕິທຳ, ກວມລວມ ແລະ ຍືນຍົງກວ່າ, ສ່ອງແສງໄດ້ທັງສຽງເວົ້າ, ທັດສະນະຂອງບັນດາປະເທດພວມພັດທະນາ. ນີ້ແມ່ນວິວັດທະນາການເປີດອອກສູ່ເຂດຮ່ວມມືຍຸດທະສາດໃໝ່, ພ້ອມທັງຢັ້ງຢືນທີ່ຕັ້ງຂອງ ຫວຽດນາມ ໃນໂລກທີ່ພວມມີການປ່ຽນແປງຢ່າງວ່ອງໄວ./.