• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ໄທ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ວເຫວະ ຊີ້ແຈ້ງວ່າ ປະຊາຄົມຊາວຫວຽດນາມ ອາໄສຢູ່ໄທ ນັບມື້ນັບ ພັດທະນາ, ຍາມໃດກໍ່ຕິດພັນກັບປະເທດຊາດ, ມຸ່ງໄປເຖິງບ້ານເກີດເມືອງນອນ; ມີຄວາມສາມັກຄີ ແລະ ປະສົບຜົນສຳເລັດ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ການພົບປະ

ວັນທີ 9 ທັນວາ, ຢູ່ອຸດອນ ທານີ, ໃນຂອບເຂດການຢ້ຽມຢາມ ໄທ ຢ່າງເປັນທາງການ (7 - 10/12), ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ພົບປະກັບ 600 ຄົນ ທີ່ຕ່າງໜ້າຊາວຫວຽດນາມ ອາໄສຢູ່ຕ່າງປະເທດກ່ວາ 100.000 ຄົນ ພວມດຳລົງຊີວິດຢູ່ ໄທ.

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ວເຫວະ ຊີ້ແຈ້ງວ່າ ປະຊາຄົມຊາວຫວຽດນາມ ອາໄສຢູ່ໄທ ນັບມື້ນັບ ພັດທະນາ, ຍາມໃດກໍ່ຕິດພັນກັບປະເທດຊາດ, ມຸ່ງໄປເຖິງບ້ານເກີດເມືອງນອນ; ມີຄວາມສາມັກຄີ ແລະ ປະສົບຜົນສຳເລັດ. ທ່ານເຫັນດີເປັນເອກະພາບຕໍ່ຂໍ້ສະເໜີຊຸກຍູ້ການຮ່ວມມືທາງການຄ້າ ລະຫວ່າງສອງປະເທດ, ທ່ານປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ ສະພາແຫ່ງຊາດ, ລັດຖະບານ ຫວຽດນາມ ພວມສຳຫຼວດກວດການະໂຍາບາຍໃຫ້ບຸລິມະສິດການລົງທຶນເພື່ອຍົກສູງຄວາມສາມາດການແກ້ງແຍ້ງເພື່ອດຶງດູດເງິນລົງທຶນຈາກບັນດາປະເທດ.

ກ່ຽວກັບການຍ້ອງຍໍມອບຂອງຂວັນ, ເຊີດຊູພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ ໄທ ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ແຕ່ເອກະສານນິຕິກຳບໍ່ຄົບຖວ້ນ, ທ່ານປະທານສະພາແຫ່ງຊາດ ໄດ້ແບ່ງປັນວ່າ ຈະສຳຫຼວດກວດຄືນທຸກກໍລະນີ ເພື່ອມີວິທີການເຊີດຊູ, ຕອບບຸນແທນຄຸນຢ່າງເໝາະສົມ, ປະຕິບັດນະໂຍບາຍຕອບບຸນແທນຄຸນໄດ້ດີທີ່ສຸດ.

ແລະກໍ່ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ລົງຢ້ຽມຢາມ ມະຫາວິທະຍາໄລ ຣັດຈະພັດ ອຸດອນ ທານີ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top